ໃນຕອນແລງວັນທີ 07 ມີນາ 2025 ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຕາງໜ້າ ຫ້ອງການ, ກົມ, ສູນ ແລະ ຫ້ອງການ ຄຊກມດ ສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມພິທີເປີດນິທັດສະການ “ພິບຕາສູ່ສະຫັດສະວັດ — ການເປັນມິດຕໍ່ເພື່ອນບ້ານ ດ້ວຍຈິດໃຈທີ່ເມດຕາ ໃນຮູບແຕ້ມ ຖັງຂາຂອງຈີນ” ແລະ ກິດຈະກຳເຊື່ອມໄມຕີວັນແມ່ຍິງສາກົນ ໂດຍການກ່າວເປີດຂອງ ທ່ານ ນາງ ຫຼີຍີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ງານດັ່ງກ່າວຈັດຂຶ້ນທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ.
ໃນພິທີ ທ່ານ ນາງ ສິລິກິດ ບຸບຜາ ໄດ້ມີຄຳເຫັນຕໍ່ງານບາງຕອນວ່າ: ການຈັດງານນິທັດສະການຄັ້ງນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນ ຄວາມສະຫງ່າງາມຂອງວັດທະນະທໍາ ແລະ ສິລະປະຂອງຈີນເທົ່ານັ້ນ ແຕ່ຍັງໝາຍເຖິງການຮັບຮູ້ ແລະ ຄວາມເຂົ້າໃຈ ໃນພຸດທະສາສະໜາ ລະຫວ່າງສອງປະເທດ. ຜົນງານສິລະປະເຫຼົ່ານີ້ ຈະເຮັດໃຫ້ຄົນລາວ ຮູ້ໄດ້ຄຸນຄ່າຂອງວັດທະນະທໍາພື້ນເມືອງຂອງຈີນ, ເປັນການເສີມຂະຫຍາຍການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນ ຜ່ານທາງອາລິຍະທໍາອັນເກົ່າແກ່ນີ້, ທັງເປັນການຊຸກຍູ້ການພົວພັນແລກປ່ຽນວັດທະນະທໍາ ລະຫວ່າງ ປະຊາຊົນລາວ ແລະ ຈີນ, ເພີ່ມທະວີສາຍພົວພັນ ແລະ ໄມຕີຈິດມິດຈະພາບ ລະຫວ່າງປະຊາຊົນສອງຊາດລາວ-ຈີນ ເຂົ້າສູ່ລວງເລິກ ໃຫ້ສົມກັບວ່າ ປີ 2025 ແມ່ນປີແຫ່ງການແລກປ່ຽນວັດທະນະທໍາ ລະຫວ່າງ ປະເທດຈີນ-ອາຊຽນ.
ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຊົມການວາງສະແດງຮູບພາບທີ່ເປັນເອກະລັກສະເພາະໃນວັດທະນະທໍາທີ່ ຊີຈາງ ເນື້ອຫາທີ່ກ່ຽວພັນກັບປະຫວັດສາດ, ລະບອບການເມືອງ, ວັດທະນະທໍາ ຊີວິດທາງສັງຄົມຂອງຊົນເຜົ່າຊີຈາງ ແລະ ຈົນຖືກຂະໜານນາມວ່າ ເປັນສົມບັດແຫ່ງສິລະປະຈິດຕະກຳຊົນຊາດຈີນ, ເປັນມໍລະດົກ ວັດທະນະທໍານາມມະທຳ ທີ່ມີຄ່າໃນສິລະປະພື້ນເມືອງຂອງຊົນຊາດຈີນ ແລະ ຖືກຈັດເຂົ້າບັນຊີຕົວແທນມໍລະດົກວັດທະນະທໍານາມມະທຳຂອງມວນມະນຸດ ພ້ອມນີ້ຍັງໄດ້ຮ່ວມມ່ວນຊື່ນ ແລະ ແລກປ່ຽນວັດທະນາທຳ ລາວ-ຈີນ ຕື່ມອີກ.


