ໜ່ວຍພັກຫ້ອງການ, ສູນອົບຮົມແມ່ຍິງລາວ, ຫ້ອງການ ຄຊກມດ ແລະ ກົມຂ່າວສານແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ແລະ ຮັບມະຫາຊົນກ້າວໜ້າເປັນສະມາຊິກພັກສຳຮອງ.
………………………………….
ວັນທີ 26 ກຸມພາ 2025, ໜ່ວຍພັກຫ້ອງການ, ສູນອົບຮົມແມ່ຍິງລາວ, ຫ້ອງການ ຄຊກມດ ແລະ ກົມຂ່າວສານແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ແລະ ຮັບມະຫາຊົນກ້າວໜ້າເປັນສະມາຊິກພັກສຳຮອງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມ ຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເລຂາຄະນະພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະພັກ, ຄະນະໜ່ວຍພັກຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງຈາກພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ໃນພິທີ ສະຫາຍ ນາງ ເຫຼັກ ແສນຄຳວົງສາ ຄະນະປະຈໍາພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຈໍານວນ 06 ສະຫາຍ ຄື ໜ່ວຍພັກຫ້ອງການ 02 ສະຫາຍ (ຍິງ 01, ຊາຍ 01); ໜ່ວຍພັກສູນອົບຮົມແມ່ຍິງລາວ 02 ສະຫາຍ (ຍິງ 01, ຊາຍ 01); ໜ່ວຍພັກຫ້ອງການ ຄຊກມດ 02 ສະຫາຍ (ຍິງ 01, ຊາຍ 01) ແລະ ຜ່ານມະຕິຕົກລົງ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເປັນສະມາຊິກພັກສໍາຮອງ ຄື ໜ່ວຍພັກກົມຂ່າວສານແມ່ຍິງລາວ ຈໍານວນ 01 ສະຫາຍ (ຍິງ 1).
ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ໂອ້ລົມຕໍ່ພິທີ ໂດຍໄດ້ຕີລາສູງຕໍ່ໜ່ວຍພັກຮາກຖານແຕ່ລະໜ່ວຍ ໃນການຍົກສູງບົດບາດການນຳພາຂອງພັກໃຫ້ເຂັ້ມແຂງ ແລະ ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກເປັນປະຈຳ; ພ້ອມທັງຮຽກຮ້ອງມາຍັງສະມາຊິກພັກສົມບູນໃໝ່ ແລະ ສະມາຊິກພັກສໍາຮອງ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ກຳແໜ້ນໄດ້ເນື້ອໃນຫຼັກການຂອງສະມາຊິກພັກ ເພື່ອໃຫ້ເປັນສະມາຊິກພັກທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງນໍາໜ້າໃນທຸກວຽກງານ, ເປັນກຳລັງແຮງທີ່ສໍາຄັນຂອງໜ່ວຍພັກ ກໍຄືອົງຄະນະພັກຕໍ່ໄປ; ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ມີສະຕິຕໍ່ການຈັດຕັ້ງ, ຍຶດໝັ້ນ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ-ລັດ; ປະກອບສ່ວນຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນວຽກງານທີ່ການຈັດຕັ້ງມອບໝາຍໃຫ້; ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ນັບມີຄວາມເຂັ້ມແຂງຂຶ້ນ.

