ສູນກາງສະຫະພັນແມ່ຍິງລາວ ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
(22/03/1955 – 22/03/2025)
…………………………………….
ໃນຕອນເຊົ້າວັນທີ 26 ກຸມພາ 2025, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/03/1955 – 22/03/2025) ໃຫ້ກຽດປາຖະກະຖາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ; ມີທ່ານຮອງປະທານ ຄະນະບໍລິຫານງານ ສສຍລ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍພະນັກງານ-ລັດຖະກອນ ສສຍລ ເຂົ້າຮ່ວມ.
ໃນພິທີ ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ຫວນຄືນໃຫ້ຮູ້ວ່າ: ໃນທ້າຍສະຕະວັດທີ XIX ໃນປີ 1893, ສາມປະເທດອິນດູຈີນ ລາວ, ຫວຽດນາມ ແລະ ກຳປູເຈຍ ໄດ້ຖືກພວກລ່າເມືອງຂຶ້ນເຂົ້າມາຮຸກຮານ; ປະຊາຊົນສາມຊາດອິນດູຈີນຖືກກົດຂີ່ຂູດຮີດຢ່າງແສນສາຫັດ ຈຶ່ງເກີດມີການຕໍ່ສູ້ຂອງປະຊາຊົນສາມຊາດ ຢ່າງພິລາດອາດຫານ, ແຕ່ລະປະເທດເກີດມີຂະບວນການຕໍ່ສູ້ ຢ່າງທໍລະຫົດອົດທົນ; ສຳລັບຢູ່ລາວ, ກໍເກີດມີການຕໍ່ສູ້, ບາງຂະບວນການແກ່ຍາວມາຫຼາຍປີ ບາງຂະບວນການກໍມີຂະໜາດກວ້າງໃຫຍ່ ແຕ່ໃນທີ່ສຸດຂະບວນການເຫຼົ່ານັ້ນລ້ວນແຕ່ຖືກປາບປາມ ແລະ ດັບມອດ ຍ້ອນຂາດແນວທາງ, ຂາດການນໍາພາ ແລະ ເກີດຂຶ້ນແບບໂດດດ່ຽວ ເພື່ອຊອກຫາເສັ້ນທາງປົດປ່ອຍ, ປະທານ ໂຮ່ຈິມິນ ໄດ້ເດີນທາງໄປຄົ້ນຄວ້າບົດຮຽນ ແລະ ໄດ້ນໍາເອົາລັດທິມາກ-ເລນິນ ເຂົ້າມາເຜີຍແຜ່ຢູ່ອິນດູຈີນ, ມາໃນວັນທີ 3 ກຸມພາ 1930 ພັກການເມືອງຂອງຊົນຊັ້ນກຳມະກອນ ທີ່ເປັນເອກະພາບໜຶ່ງດຽວໄດ້ສ້າງຕັ້ງຂຶ້ນຄື: ພັກກອມມູນິດອິນດູຈີນ; ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ, ໃນວັນທີ 6-7 ກັນຍາ 1934 ອົງຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ມາຮອດວັນທີ 22 ມີນາ 1955 ພັກປະຊາຊົນລາວ ກໍຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ກໍໄດ້ສ້າງຕັ້ງຂຶ້ນ ແລະ ນໍາພາປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ຈົນໄດ້ຮັບໄຊຊະນະຢ່າງສົມບູນ, ສະຖາປະນາເປັນສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ1975 ແລະ ສືບຕໍ່ນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດມາເຖິງປັດຈຸບັນ.
ຜ່ານໄລຍະ 70 ປີ, ການນໍາພາຂອງພັກໃນເງື່ອນໄຂປະຫວັດສາດ ແລະ ສະພາບແວດລ້ອມທີ່ແຕກຕ່າງກັນ ຊຶ່ງມີທັງໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍ ທົດສອບອັນລະອິດລະອ້ຽວຂ້ຽວຂາດທີ່ສຸດ, ແຕ່ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການປັບປຸງ ແລະ ຫຼໍ່ຫຼອມໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ມີທາດແທ້ມູນເຊື້ອອັນສະຫງ່າລາສີ. ໃນຊຸມປີຕໍ່ໜ້າພັກເຮົາຍິ່ງມີຄວາມຮັບຜິດຊອບອັນໜັກໜ່ວງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ລວມທັງຄວາມບອບບາງທາງດ້ານເສດຖະກິດມະຫາພາກ; ການເພີ່ມທະວີປະຕິບັດນະໂຍບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ດີ ຕໍ່ລະບອບໃໝ່ຂອງພວກເຮົາດ້ວຍຫຼາຍຮູບການ; ປະກົດການຫຍໍ້ທໍ້ໃນສັງຄົມນັບມື້ເກີດຂຶ້ນຢ່າງຕໍ່ເນື່ອງ, ການສຶກສາພົບກັບຄວາມຫຍຸ້ງຍາກ, ຄ່າຄອງຊີບນັບມື້ສູງຂຶ້ນ ແລະ ອື່ນໆ; ແຕ່ດ້ວຍມູນເຊື້ອອົງອາດກ້າແກ່ນ ພັກເຮົາຕັດສິນໃຈນໍາພາ ສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານມີ ຫຼັກການ, ມີຄວາມຈໍາເປັນຕ້ອງກຳແໜ້ນບົດຮຽນທີ່ຖອດຖອນໄດ້ຈາກການເຄື່ອນໄຫວຜ່ານມາ ເພື່ອເປັນບ່ອນອີງສໍາຄັນໃນການນໍາພາ ແລະ ປັບປຸງຕົນໃນຕໍ່ໜ້າ ເພື່ອຈະນໍາພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍກຳນົດໄວ້ໃຫ້ເປັນຈິງ ດ້ວຍການເສີມຂະຫຍາຍ ມູນເຊື້ອທາດແທ້ຂອງພັກປະຊາຊົນປະຕິວັດລາວ.
ການປາຖະກະຖາຄັ້ງນີ້ ໄດ້ເຮັດໃຫ້ພະນັກງານ-ລັດຖະກອນ ສສຍລ ເຂົ້າໃຈ, ກໍາແໜ້ນ ແລະ ຮໍ່າຮຽນເອົາແບບຢ່າງທີ່ດີຂອງການນຳຮຸ່ນກ່ອນ, ຄວາມມີນໍ້າໃຈຮັກຊາດ, ທັດສະນະຫຼັກໝັ້ນ, ເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ, ພ້ອມກັນຈັດຕັ້ງຜັນຂະຫຍາຍມູນເຊື້ອອັນດີງາມ ຂອງການຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນ ຂອງນັກຮົບປະຕິວັດ ຕິດພັນກັບການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕື່ມອີກ.

