ກອງປະຊຸມຮ່າງ 3 ແຜນດໍາເນີນງານແຫ່ງຊາດ
……………………………………
ວັນທີ 25 ກຸມພາ 2025, ຄະນະກໍາມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຈັດກອງປະຊຸມຮ່າງ ແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ V (2026-2030), ແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026-2030) ແລະ ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030) ທີ່ ສູນຝຶກອົບຮົມ ແນວລາວສ້າງຊາດ ໂດຍການເປັນປະທານຂອງ ທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ; ມີຕາງໜ້າຈາກກະຊວງ-ອົງການ ທີ່ຮັບຜິດຊອບວຽກແຜນການ ແລະ ວຽກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ພ້ອມດ້ວຍພະນັກງານ ຄຊກມດ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດກອງປະຊຸມໃນຄັ້ງນີ້ ເພື່ອຕີລາຄາການຈັດຕັ້ງປະຕິບັດ ໄລຍະ 5 ປີ 2021-2025 ຂອງ 3 ແຜນດໍາເນີນງານແຫ່ງຊາດ ກໍຄືແຜນດໍາເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ ຄັ້ງທີ IV, ແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ ຄັ້ງທີ III ແລະ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມກຮຸນແຮງຕໍ່ເດັກ ຄັ້ງທີ II (2021-2025) ເພື່ອຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາຄິດເຫັນໃສ່ ຮ່າງ 3 ແຜນດໍາເນີນງານແຫ່ງຊາດ ກົງໄປກົງມາ ເພື່ອໃຫ້ມີຄວາມເປັນເອກະພາບ, ມີເນື້ອໃນຄົບຖ້ວນສົມບູນ, ແທດເໝາະກັບສະພາບປັດຈຸບັນ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ກອງປະຊຸມຈະດຳເນີນເປັນເວລາ 04 ວັນ (25-28 ກຸມພາ 2025).


