ສ້າງຄວາມເຂັ້ມແຂງ ວຽກງານປ້ອງກັນ-ຕອບໂຕ້ຄວາມຮຸນແຮງບົນພື້ນຖານທາງເພດ
………………………………
ເມື່ອບໍ່ດົນມານີ້, ປະທານສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ຜູ້ຕາງໜ້າອົງການ ສະຫະປະຊາຊາດ ກອງທຶນເພື່ອປະຊາກອນ (UNFPA) ແລະ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ລົງກວດກາຄວາມຄືບໜ້າ ການດຳເນີນງານ ຂອງສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຢູ່ແຂວງບໍ່ແກ້ວ ເພື່ອຢັ້ງຢຶນຄືນການເປັນຄູ່ຮ່ວມມື ລະຫວ່າງ ສູນກາງສະຫະພັນແມ່ຍິງລາວ, ອົງການ UNFPA ແລະ ອົດສະຕຣາລີ ໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ກໍຄື ເສີມຂະຫຍາຍກົນໄກ ຕອບໂຕ້ຄວາມຮຸນແຮງ ບົນພື້ນຖານທາງເພດ.
ໂອກາດກາດນີ້, ຄະນະດັ່ງກ່າວ ໄດ້ພົບປະສົນທະນາກັບພະນັກງານຂອງສູນ ແລະ ຜູ້ໃຫ້ບໍລິການ, ພ້ອມທັງຮັບຟັງການບອກເລົ່າປະສົບການຊິວິດ ຂອງຜູ້ເຄາະຮ້າຍຈາກຄວາມຮຸນແຮງບົດພື້ນຖານທາງເພດ ເຊິ່ງສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຢູ່ແຂວງບໍ່ແກ້ວ ໄດ້ສ້າງຄວາມເຂັ້ມແຂງໃຫ້ພວກເຂົາ, ເຮັດໃຫ້ເຂົາເຈົ້າມີຄວາມໝັ້ນໃຈ, ເປັນເຈົ້າຕົນເອງ ແລະ ມີກຽດສັກສີ. ພ້ອມນີ້, ຍັງໄດ້ປຶກສາຫາລື ກ່ຽວກັບການສືບຕໍ່ເປັນຄູ່ຮ່ວມ ແລະ ການຮ່ວມມືໃນ 4 ປີຂ້າງໜ້າ ໃນຫຼາຍຂົງເຂດ ລວມເຖິງການຂະຫຍາຍຕາໜ່າງບໍລິການ ໃຫ້ຜູ້ປະສົບເຄາະຮ້າຍ, ການເສີມຂະຫຍາຍການປະສານງານຂອງຫຼາຍພາກສ່ວນ ແລະ ສົ່ງເສີມການມີສ່ວນຮ່ວມຂອງເພດຊາຍ ໃນວຽກງານຕ້ານຄວາມຮຸນແຮງທາງເພດ. ນອກຈາກນີ້, ຍັງໄດ້ຄົ້ນຄວ້າ ໃຫ້ການຊ່ວຍເຫຼືອວຽກງານສຳຫຼວດລະດັບຊາດ ກ່ຽວກັບ ຄວາມຮຸນແຮງຕໍ່ແມ່ຍິງ ຄັ້ງທີ 2 ເຊິ່ງການສຳຫຼວດຄັ້ງທໍາອິດ ແມ່ນຈັດຂຶ້ນໃນປິ 2014. ການສຳຫຼວດຄັ້ງໃໝ່ ຈະເປັນບ່ອນອີງໃຫ້ມີການກຳນົດມາດຕະການຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງໃນອະນາຄົດ.
ການຮ່ວມມື ລະຫວ່າງ ສູນກາງສະຫະພັນແມ່ຍິງລາວ, UNFPA ແລະ ອົດສະຕຣາລີ ກາຍເປັນກົນໄກ ໃນການສ້າງຄວາມເຂັ້ມແຂງ ໃຫ້ການປະສານງານຕອບໂຕ້ຄວາມຮຸນແຮງບົນພື້ນຖານທາງເພດ, ຮັບປະກັນໃຫ້ຜູ້ລອດຊີວິດໄດ້ຮັບການຊ່ວຍເຫຼືອຮອບດ້ານ ໂດຍຜ່ານການສ້າງຄວາມເຂັ້ມແຂງ, ຄວາມອາດສາມາດໃຫ້ສູນ, ສ້າງກົນໄກປະສານງານ ແລະ ລະບົບເສັ້ນທາງການສົ່ງຕໍ່ການຊ່ວຍເຫຼືອຜູ້ເຄາະຮ້າຍ. ການຮ່ວມມື ຍັງແນໃສ່ສ້າງມາດຕະການປ້ອງກັນ ໂດຍການສົ່ງເສີມການມີສ່ວນຮ່ວມຂອງເພດຊາຍ, ສະມາຊິກຊຸມຊົນ ເຂົ້າໃນວຽກງານຕໍ່ຕ້ານຄ່ານິຍົມ ແລະ ການປະພຶດທີ່ເປັນອັນຕະລາຍ.
ການສ້າງຄວາມເຂັ້ມແຂງຂອງວຽກງານປ້ອງກັນ ແລະ ຕອບໂຕ້ຄວາມຮຸນແຮງບົນພື້ນຖານທາງເພດ ໄດ້ມີບາດກ້າວໃໝ່ບໍ່ພຽງແຕ່ໃນແຂວງບໍ່ແກ້ວ ແຕ່ຍັງຫຼາຍແຂວງໃນທົ່ວປະເທດ ແນໃສ່ສະໜອງທີ່ຢູ່ທີ່ປອດໄພ, ການຊ່ວຍເຫຼືອດ້ານຈິດໃຈ ແລະ ຝືກອົບຮົມວິຊາຊີບໃຫ້ຜູ້ລອດຊິວິດ; ມາດຕະຖານຂັ້ນຕອນດຳເນີນງານໄດ້ຖືກຮັບຮອງ ແລະ ຈັດຕັ້ງປະຕິບັດ ເພື່ອປັບປຸງການປະສານງານ ຂອງຂະແໜງການສາທາ, ສັງຄົມ ແລະ ຍຸຕິທຳ ຮັບປະກັນໃຫ້ມີການນຳໃຊ້ວິທີການຈັດຕັ້ງປະຕິບັດທີ່ຖືເອົົາຜູ້ລອດຊິວິດເປັນໃຈກາງ.
ການລົງຢ້ຽມຢາມ ແຂວງບໍ່ແກ້ວ ຂອງຄະນະຜູ້ແທນໃນຄັ້ງນີ້, ຊີ້ໃຫ້ເຫັນຄວາມສຳຄັນຂອງ ຄຳໜັ້ນສັນຍາຮ່ວມກັນຂອງ ອົງການ UNFPA, ສູນກາງສະຫະພັນແມ່ຍິງລາວ, ປະເທດອົດສະຕຣາລີ ໃນການຄໍ້າປະກັນວ່າ: ບໍ່ໃຫ້ແມ່ຍິງ ແລະ ເດັກຍິງຖືກຖິ້ມ ໄວ້ຂ້າງຫຼັງ. ພ້ອມທັງສືບຕໍ່ເດີນໄປຂ້າງໜ້າ, ສືບຕໍ່ການລົງທຶນ ແລະ ການຮ່ວມມື ເພື່ອຮັບປະກັນໃຫ້ ສປປ ລາວ ສາມາດບັນລຸພັນທະຕໍ່ກອງປະຊຸມສາກົນ ກ່ຽວກັບປະຊາກອນ, ການພັດທະນາ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

