ຖະແຫຼງຂ່າວກ່ຽວກັບການກະກຽມສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ
………………………..
ຕອນບ່າຍວັນທີ 21 ກຸມພາ 2025, ສູນກາງສະຫະພັນແມ່ຍິງລາວ ຈັດພິທີຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກະກຽມສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ, ໃຫ້ກຽດຖະແຫຼງໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ.
ທ່ານ ປະທານ ສສຍລ ໄດ້ໃຫ້ຮູ້ວ່າ: ເພື່ອກະກຽມຄວາມພ້ອມໃຫ້ແກ່ການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ ໃນປີນີ້ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນກ້ວາງຂວາງໃນທົ່ວປະເທດ, ຄະນະນຳສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງແຜນງານ, ແຜນກິດຈະກໍາລະອຽດ ດັ່ງນີ້: ໄດ້ອອກແຈ້ງການເຖິງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຄະນະປະທານສະຫະພັນແມ່ຍິງບັນດາແຂວງ, ນະຄອນຫຼວງວຽງຈັນ, ກະຊວງ-ອົງການ ຂັ້ນສູນກາງ ສະບັບເລກທີ 91/ສສຍລ, ລົງວັນທີ 10 ກຸມພາ 2025 ກ່ຽວກັບການສ້າງຂະບວນການ ແລະ ການຈັດຕັ້ງສະເຫຼີມສະຫຼອງວັນແມ່ຍິງສາກົນ (ວັນທີ 08 ມີນາ 2025) ຄົບຮອບ 115 ປີ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” “For ALL women and girls : Rights Equality Empowerment”; ໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດປາຖະກະຖາຫວນຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ຕິດພັນກັບການສະຫຼຸບການເຄື່ອນໄຫວວຽກງານພົວພັນຮ່ວມມືກັບຕ່າງປະເທດ ໃນ 01 ປີ ທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ຈັດກອງປະຊຸມສຳມະນາ ທີ່ພົວພັນເຖິງການພັດທະນາ, ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ກົດໝາຍພັດທະນາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍຄວາມສະເໝີຍິງ-ຊາຍ ແລະ ຖະແຫຼງການປັກກິ່ງ 12 ຂົງເຂດທີ່ໜ້າເປັນຫ່ວງ; ຈັດກິດຈະກຳສົ່ງເສີມວັດທະນະທຳຮີດຄອງປະເພນີທີ່ເປັນເອກະລັກທີ່ຕິດພັນກັບການທ່ອງທ່ຽວ ແລະ ການປົກປັກຮັກສາສິ່ງແວດລ້ອມ; ສ້າງຂະບວນການແຂ່ງຂັນສິລະປະ-ວັນນະຄະດີ, ກິລາປະເພດຕ່າງໆ, ຂະບວນການອອກແຮງງານ, ການວາງສະແດງຜະລິດຕະພັນຫັດຖະກຳ, ຜົນຜະລິດກະສິກຳ ຕາມຄວາມສາມາດ ແລະ ຈຸດພິເສດຕົວຈິງຂອງແຕ່ລະພາກສ່ວນ; ກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວ, ຄວາມຮູ້ກ່ຽວກັບວຽກງານແມ່ຍິງ ແລະ ປະຫວັດມູນເຊື້ອວັນແມ່ຍິງສາກົນ ແລະ ກິດຈະກໍາອື່ນໆຕາມຄວາມເໝາະສົມ.
ສຳລັບສູນກາງສະຫະພັນແມ່ຍິງລາວ ຈະໄດ້ຈັດກິດຈະກໍາຫຼັກ ເພື່ອເປັນການສະເຫຼີມສະຫຼອງ ວັນແມ່ຍິງສາກົນ 8 ມີນາ 2025 ມີ ດັ່ງນີ້:
1. ຍ່າງເພື່ອສຸຂະພາບ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ຊຶ່ງຈະຈັດຂຶ້ນໃນວັນທີ 1 ມີນາ 2025 ທີ່ປະຕູໄຊ.
2. ສຳມະນາພາຍໃຕ້ຄໍາຂວັນ: ສໍາລັບແມ່ຍິງ ແລະ ເດັກຍິງທຸກຄົນ: ສິດທິ, ຄວາມສະເໝີພາບ ແລະ ການເສີມສ້າງອໍານາດ ຊຶ່ງຈະຈັດຂຶ້ນໃນວັນທີ 5 ມີນາ 2025 ຢູ່ໂຮງແຮມ ຮໍລີເດອິນ (Holiday inn).
ທັງໝົດນັ້ນ, ເພື່ອເຮັດໃຫ້ທົ່ວສັງຄົມ ເວົ້າລວມ ແມ່ຍິງລາວບັນດາເຜົ່າ ເວົ້າສະເພາະ ມີຄວາມຮັບຮູ້ເຂົ້າໃຈ ພ້ອມທັງເປັນເຈົ້າການຍາດແຍ່ງເອົາທິດຊີ້ນໍາຈາກຄະນະພັກ, ການສ້າງເງື່ອນໄຂ, ກາລະໂອກາດຈາກອົງການປົກຄອງແຕ່ລະຂັ້ນ, ການຮ່ວມໄມ້ຮ່ວມມືຈາກເພດຊາຍໃນຄອບຄົວ ແລະ ການຈັດຕັ້ງ, ການສະໜັບສະໜູນຊ່ວຍເຫຼືອຈາກທຸກໆພາກສ່ວນ ໃນສັງຄົມທັງພາຍໃນ ແລະ ສາກົນ; ເຂົ້າຮ່ວມຂະບວນການພັດທະນາຕົນເອງ, ພັດທະນາຄອບຄົວ, ພັດທະນາການຈັດຕັ້ງ, ພັດທະນາປະເທດຊາດ ແລະ ເສີມຂະຫຍາຍໄດ້ຄຸນລັກສະນະທີ່ເປັນມູນເຊື້ອອັນດີງາມຂອງແມ່ຍິງລາວ ເຂົ້າໃນການດຳລົງຊີວິດໃນເງື່ອນໄຂໃໝ່, ປະກອບສ່ວນຊຸກຍູ້ສົ່ງເສີມໃຫ້ແມ່ຍິງໄດ້ສ້າງຄວາມເຊື່ອໝັ້ນ ແລະ ຖືສຳຄັນຕໍ່ບົດບາດຂອງແມ່ຍິງ ໃນການເຂົ້າຮ່ວມປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການປະຕິບັດນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາແມ່ຍິງລາວ.
ພ້ອມນັ້ນ ທ່ານຍັງຝາກເຖິງທຸກພາກສ່ວນໃນສັງຄົມເວົ້າລວມ ໂດຍສະເພາະ ສື່ມວນຊົນທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ຈະສະໜັບສະໜູນຊ່ວຍເຫຼືອພວກຂ້າພະເຈົ້າໃນການໂຄສະນາແນວທາງຂອງພັກ-ນະໂຍບາຍຂອງລັດ, ການຈັດຕັ້ງປະຕິບັດສົນທິສັນຍາ, ຖະແຫຼງການ, SDGs ແລະ ກົດໝາຍທີ່ພົວພັນເຖິງການພັດທະນາ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແຜນພັດທະນາແມ່ຍິງ, ແນໃສ່ສ້າງຄວາມສະເໝີພາບຍິງ-ຊາຍໃນຄອບຄົວ, ສັງຄົມ ແລະ ປະເທດຊາດ; ສືບຕໍ່ນຳເອົາຜົນງານ, ຜົນສຳເລັດຮອບດ້ານ ແລະ ຂະບວນການຂອງແມ່ຍິງລາວ ເຜີຍແຜ່ຜ່ານພາຫະນະສື່ມວນຊົນຂອງທຸກພາກສ່ວນ. ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນ ລວມເຖິງແມ່ຍິງລາວບັນດາເຜົ່າ ຈົ່ງສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ເຂົ້າຮ່ວມໃນຂະບວນການສະເຫຼີມ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ ໃຫ້ເປັນຂະບວນຟົດຟື້ນ, ກວ້າງຂວາງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.

