ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024

Feb 20, 2025

ຮອງປະທານສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024
…………………………………………..
ວັນທີ 5 ກຸມພາ 2025, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ປະທານຄະນະກໍາມະການຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024; ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ບັນດາຮອງລັດຖະມົນຕີ, ຮອງປະທານໃນຄະນະກໍາມະການຊີ້ນຳລະດັບຊາດການຈັດປີທ່ອງທ່ຽວລາວ 2024, ຫົວໜ້າພະແນກ-ຮອງພະແນກ ຖວທ ທົ່ວປະເທດ, ຜູ້ຕາງໜ້າຈາກພາກລັດ-ທຸລະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງບົດລາຍງານສະຫຼຸບຕີລາຄາການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ເຊິ່ງປີທ່ອງທ່ຽວລາວປີ 2024 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ ຊື່ນໃຈໃນວັດທະນະທຳ ທຳມະຊາດ ແລະ ປະຫວັດສາດ” ປະກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງອອກເປັນ 2 ລະດັບຄື: ກິດຈະກໍາລະດັບຊາດ 14 ກິດຈະກໍາ ສາມາດຈັດຕັ້ງປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດຈະກໍາ ສາມາດຈັດຕັ້ງປະຕິບັດໄດ້ 98.5%. ຕະຫຼອດປີ 2024 ໄດ້ມີການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ຄຶກຄື້ນໃນທົ່ວປະເທດ, ຢູ່ບັນດາແຂວງກໍໄດ້ສ້າງກິດຈະກຳທ່ອງທ່ຽວພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງຕາມສະພາບທ່າແຮງດ້ານການທ່ອງທ່ຽວຂອງຕົນຢ່າງເປັນຂະບວນຟົດຟື້ນ. ເພື່ອຊຸກຍູ້ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ລັດຖະບານໄດ້ໃຫ້ຄວາມສໍາຄັນເປັນພິເສດ ໂດຍໄດ້ສະໜອງດ້ານງົບປະມານຈຳນວນໜຶ່ງ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳທ່ອງທ່ຽວຕ່າງໆ ແລະ ກຳນົດນະໂຍບາຍວີຊ່າຈຳນວນໜຶ່ງ ເພື່ອດຶງດູດນັກທ່ອງທ່ຽວຈາກທົ່ວໂລກ. ນອກຈາກນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດກິດຈະກຳການທ່ອງທ່ຽວຂອງທ້ອງຖິ່ນຈຳນວນໜຶ່ງ ແລະ ຍັງໄດ້ພ້ອມກັນຕີລາຄາຢ່າງກົງໄປ-ກົງມາຕໍ່ໝາກຜົນທີ່ຍາດມາໄດ້ ກ້າວໄປເຖິງການຖອດຖອນບາງບັນຫາທີ່ສຳຄັນທີ່ຕ້ອງເສີມຂະຫຍາຍ ເພື່ອຍູ້ແຮງການທ່ອງທ່ຽວ, ເອົາໃຈໃສ່ປຶກສາຫາລືເພື່ອກຳນົດທິດທາງ, ວິທີການ, ມາດຕະການແກ້ໄຂບາງບັນຫາຈຳນວນໜຶ່ງທີ່ເປັນຈຸດອ່ອນ, ຂໍ້ຄົງຄ້າງຕ້ອງສຸມໃສ່ແກ້ໄຂຢ່າງທັນການ.