ພິທີປິດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ

Feb 20, 2025

ພິທີປິດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ເປີດກວ້າງ ຄັ້ງທີ 4 ສະໄໝທີ VIII
………………………….
ວັນທີ 31 ມັງກອນ 2025, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ເຂົ້າຮ່ວມພິທີປິດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ສຍນວ) ເປີດກວ້າງ ຄັ້ງທີ 4 ສະໄໝທີ VIII ທີ່ ອົງການປົກຄອງນະຄອນຫຼວງວຽງຈັນ, ມີ ທ່ານນາງ ຫຼຽນຄຳ ວິລະພັນ ປະທານ ສຍນວ, ຮອງປະທານ ສຍນວ, ຄະນະບໍລິຫານງານ ສຍນວ ສະໄໝທີ VIII ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານປະທານ ສຍນວ ໄດ້ລາຍງານຫຍໍ້ຜົນກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ເປີດກວ້າງ ຄັ້ງທີ 4 ສະໄໝທີ VIII ໃນມື້ທີ່ຜ່ານມາຕໍ່ທີ່ປະຊຸມ. ຈາກນັ້ນ ທ່ານຮອງປະທານ ສສຍລ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ຊຶ່ງໄດ້ເນັ້ນໜັກບາງຕອນວ່າ: ຄະນະສະຫະພັນແມ່ຍິງ ທຸກຂັ້ນໂດຍສະເພາະຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ຈົ່ງສືບຕໍ່ນຳພາການຈັດຕັ້ງສະຫະພັນແມ່ຍິງ, ສະມາຊິກແມ່ຍິງ ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງເອື້ອຍນ້ອງແມ່ຍິງບັນດາເຜົ່າ, ເຕົ້າໂຮມຄວາມສາມັກຄີ, ເປັນເຈົ້າການປຸກລະດົມໃຫ້ເອື້ອຍນ້ອງແມ່ຍິງເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງ ແລະ ນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດຂອງນະຄອນຫຼວງ ເວົ້າລວມ, ເວົ້າສະເພາະການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງແຫ່ງຊາດ, ຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວໃຫ້ມີຜົນສຳເລັດ, ສຸມໃສ່ໃນການກະກຽມຄວາມພ້ອມຮອບດ້ານໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງຕົນ; ເອົາໃຈໃສ່ວຽກງານປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍໃຫ້ດີຂື້ນກວ່າເກົ່າ, ເອົາໃຈໃສ່ເປັນພິເສດໃນການປະຕິບັດຄວາມສະເໜີພາບ ບົດບາດຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ ໃຫ້ກາຍເປັນຮູບປະທໍາ ຢ່າງແທ້ຈິງ; ພ້ອມນີ້ ກໍເອົາໃຈໃສ່ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນພ້ອມທັງປະສານສົມທົບຢ່າງກົມກຽວກັບທຸກພາກສ່ວນທີ່ກ່ຽວຂ້ອງເພື່ອນຳເອົາເນື້ອໃນດັ່ງກ່າວເຊື່ອມສານກັບການປະຕິບັດວຽກງານ 3 ສ້າງ ພ້ອມທັງເຮັດໃຫ້ໄດ້ຢ່າງກວ້າງ ຂວາງ, ເລິກເຊິ່ງ ແລະ ມີປະສິດທິຜົນຫຼາຍຂື້ນກວ່າເກົ່າ, ໂດຍໃຫ້ມີການຕິດຕາມກວດກາ ສະຫຼຸບຖອດຖອນບົດຮຽນ ແລະ ປັບປຸງບູລະນະເປັນປົກກະຕິ; ເພີ່ມທະວີຄຸ້ມຄອງການຈັດຕັ້ງປະຕິບັດວຽກງານກອງທຶນ ກຸ່ມທ້ອນເງິນໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບ, ກົດໝາຍ, ສ້າງໃຫ້ໄດ້ບຸກຄົນ, ຄອບຄົວຕົວແບບໃນດ້ານຕ່າງໆ ມີຈຳນວນເພີ່ມຂຶ້ນ ແລະ ສາມາດຖ່າຍທອດບົດຮຽນໃຫ້ແກ່ຄອບຄົວອື່ນໆ. ນອກຈາກນີ້ ກໍເພີ່ມທະວີການພົວພັນຮ່ວມມືກັບອົງການຈັດຕັ້ງແມ່ຍິງຂອງບັນດາປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນຕ່າງໆດ້ວຍຄວາມເປັນເຈົ້າການ ເພື່ອຍາດແຍ່ງເອົາບົດຮຽນອັນດີເດັ່ນມາໜູນໃຊ້ເຂົ້າໃນການພັດທະນາເອື້ອຍນ້ອງແມ່ຍິງ, ຄຽງຄູ່ກັນນີ້ ເອື້ອຍນ້ອງແມ່ຍິງໃນຖານະຜູ້ເປັນແມ່ເປັນຜູ້ໃກ້ຊິດຕິດແທດ ແລະ ຜູກພັນກັບການໃຫ້ກຳເນີດຄົນລຸ້ນໃໝ່ ໃຫ້ເອົາໃຈໃສ່ການສຶກສາອົບຮົມໃຫ້ສະຖາບັນຄອບຄົວມີຄວາມເຂັ້ມແຂງ, ສະຫງົບ, ປອດໄພ ເພື່ອປະກອບສ່ວນສະກັດກັ້ນ ແລະ ຕ້ານສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ໃຫ້ໝົດໄປ.