ກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX

Feb 20, 2025

ກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX
……………………………
ກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ຈັດຂຶ້ນ ໃນວັນທີ 30 ມັງກອນ 2025 ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ປະທານສະຫະພັນແມ່ຍິງກອງທັບ; ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ອາລີ ວົງໝໍ່ບຸນທຳ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ແລະ ມີສະຫາຍ ພົນໂທ ສຈ.ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ມີບັນດາຄະນະນຳອົງການຈັດຕັ້ງມະຫາຊົນ, ຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ, ສູນ, ພະນັກງານ ອາວຸໂສບຳນານ, ອະດີດຄະນະນໍາສະຫະພັນແມ່ຍິງ, ບັນດາຄອບຄົວການນໍາ, ແຂກຖືກເຊີນ ພ້ອມດ້ວຍຜູ້ເເທນເເມ່ຍິງທົ່ວກອງທັບເຂົ້າຮ່ວມ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດລາຍງານການເມືອງທັງສອງພາກ ຊຶ່ງຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຈຸດອ່ອນ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃຫ້ບັນລຸຜົນສຳເລັດ. ຈາກນັ້ນ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ 05 ປີ (2021-2025) ແລະ ທິດທາງແຜນການໃນຕໍ່ໜ້າ 2026-2030 ຂອງສະຫະພັນແມ່ຍິງກອງທັບ; ພ້ອມກັນນີ້, ໄດ້ຮັບຟັງການປະກອບຄຳເຫັນຂອງອົງການພາຄີ, ຄະນະພັກ- ຄະນະບັນຊາ, ຄະນະນໍາສະຫະພັນແມ່ຍິງ ໃນການເຄື່ອນໄຫວວຽກງານຮອບດ້ານ ແລະ ບັນດາຕົວແບບດ້ານຕ່າງ; ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ພົ້ນເດັ່ນໃນໄລຍະທີ່ຜ່ານມາ ສະຫະພັນແມ່ຍິງກອງທັບໄດ້ຍ້ອງຍໍຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ II (2021-2025) ໃຫ້ແກ່ຄະນະພັກ-ຄະນະບັນຊາກົມກອງ ການເຄື່ອນໄຫວຮອບດ້ານວຽກງານສະຫະພັນແມ່ຍິງໃນການຊີ້ນໍາ-ນໍາພາດີເດັ່ນຕໍ່ຂະບວນສະຫະພັນແມ່ຍິງ ຈໍານວນ 38 ກົມກອງ, ບຸກຄົນ ແລະ ຄອບຄົວຕົວແບບ ຈໍານວນ 1,089 ຄອບຄົວ ແລະ ຂະແໜງ, ໜ່ວຍເອກະລາດ ປະເພດ II ຈຳນວນ 03 ກົມກອງ. ຫ້ອງການສະຫະພັນແມ່ຍິງກອງທັບປະກອບມີ 03 ພະແນກການ, ມີພະເເນກສະຫະພັນເເມ່ຍິງຢູ່ບັນດາກົມກອງກຳລັງຫຼວງ 21 ພະເເນກ, ມີ 15 ຂະເເໜງ, 01 ໜ່ວຍເອກະລາດ, 04 ຮາກຖານ, ມີໜ່ວຍຂຶ້ນກັບຮາກຖານ 551 ໜ່ວຍ, ຜ່ານການຊີ້ນຳ-ນໍາພາ ການຈັດຕັ້ງປະຕິບັດວຽກງານຂະບວນການຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການຮັກຊາດ ເເລະ ພັດທະນາ ໃນໄລຍະ 5 ປີຜ່ານມາ ສາມາດຄັດເລືອກໄດ້ ພົນລະເມືອງດີ 11,450 ສະຫາຍ ກວມເອົາ 98,13%, ພັດທະນາດີ 10,213 ສະຫາຍ ກວມ 87,52%, ຄອບຄົວດີ 8,298 ສະຫາຍ ກວມ 71,11%, ບຸກຄົນ 3 ດີ ປະເພດ I : 9,706 ສະຫາຍ, ປະເພດ II: 1,680 ສະຫາຍ, ຄອບຄົວຕົວແບບ 379 ຄອບຄົວ, ບຸກຄົນຕົວແບບ 540 ສະຫາຍ, ພະແນກ, ຂະແໜງ, ໜ່ວຍ 3 ດີ 483 ຫົວໜ່ວຍ ແລະ ກົມກອງ 3 ດີ 456 ກົມກອງ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ອາລີ ວົງໝໍ່ບຸນທຳ ແລະ ສະຫາຍ ພົນໂທ ສຈ.ປອ ທອງລອຍ ສີລິວົງ ຊຶ່ງທັງສອງທ່ານໄດ້ເນັ້ນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກ; ມີການປັບປຸງການຈັດຕັ້ງ ແບ່ງຄວາມຮັບຜິດຊອບຢ່າງລະອຽດ; ເອົາໃຈໃສ່ ແລະ ເປັນເຈົ້າການໃນການພັດທະນາຕົນເອງຮອບດ້ານ, ຖືເອົາຂໍ້ແຂ່ງຂັນ 3 ດີ ຕິດພັນກັບໜ້າທີ່ການເມືອງຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ເປັນຂະບວນຟົດຟື້ນກວ້າງຂວາງກວ່າເກົ່າ; ສືບຕໍ່ເສີມຂະຫຍາຍຄວາມສາມັກຄີຮັກແພງ; ມີຄວາມຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເພີ່ມທະວີວຽກງານຕິດຕາມ-ກວດກາ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງ; ປັບປຸງກໍ່ສ້າງອົງການຈັດຕັ້ງ ເເລະ ຊີ້ນຳ-ນໍາພາສະມາຊິກສະຫະພັນແມ່ຍິງຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ເປັນເຈົ້າການຈັດຕັ້ງຜັນຂະຫຍາຍທິດທາງແຜນການພັດທະນາເເມ່ຍິງໃນຕໍ່ໜ້າໃຫ້ໄດ້ຕາມຄາດໝາຍ ແລະ ນຳເອົາຜົນສຳເລັດກອງປະຊຸມໃຫຍ່ຄັ້ງນີ້ ໄປຜັນຂະຫຍາຍໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນຕາມຄາດໝາຍທີ່ວາງໄວ້.
ໂອກາດນີ້, ສູນກາງສະຫະພັນແມ່ຍິງລາວ ໄດ້ມອບເງິນຊຸກຍູ້ກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ຈຳນວນ 5.000.000 ກີບ