ກອງປະຊຸມໃຫຍ່ ຄັ້ງທີ IX

Feb 20, 2025

ກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

ກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນແມ່ຍິງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2025 ທີ່ຫໍວັດທະນະທຳແຫ່ງຊາດ ພາຍໃຕ້ການເປັນປະທານກອງປະຊຸມ ຂອງ ສະຫາຍ ປອ ນາງ ບົວໄຂ ເພັງພະຈັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ ຊຸດທີ VIII; ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຖວທ; ມີທ່ານຮອງລັດຖະມົນຕີ ຖວທ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ, ຄະນະພັກ, ຄະນະໜ່ວຍພັກ, ບັນດາປ້າອາວຸໂສບໍານານ ພ້ອມດ້ວຍຄະນະສະຫະພັນແມ່ຍິງອ້ອມຂ້າງກະຊວງ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ຈາກສະຫາຍນາງ ວຽງທອງ ພິມພະຈັນ ຮອງປະທານຄະນະບໍລິການງານສະຫະພັນແມ່ຍິງກະຊວງ ຖວທ, ຊຶ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ. ສະຫະພັນແມ່ຍິງກະຊວງ ຖວທ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ສາມາດປະຕິບັດ ແລະ ໄດ້ຮັບຜົນສຳເລັດຂອງວຽກງານ ໃນແຕ່ລະດ້ານ ໂດຍສະແດງອອກໃນດ້ານວຽກງານແນວຄິດການເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງຂອງສະມາຊິກ ແລະ ພະນັກງານເພດຍິງ ໃນຂະແໜງການໃຫ້ມີນໍ້າໃຈຮັກຊາດ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ແລະ ປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບສູງ, ພະນັກງານເພດຍິງ ໄດ້ຮັບການບຳລຸງທິດສະດີການເມືອງການປົກຄອງທັງໝົດ 156 ສະຫາຍ ແລະ ໄດ້ເຂົ້າຮ່ວມຝຶກອົບຮົມດ້ານອື່ນໆ. ນອກຈາກນີ້ສະມາຊິກສະຫະພັນແມ່ຍິງອ້ອມຂ້າງກະຊວງ ຖວທ ຍັງໄດ້ຮັບການຍ້ອງຍໍ ໃນການປະກອບສ່ວນສ້າງສາພັດທະນາວຽກງານຮອບດ້ານໃນໄລຍະ 5 ປີ ຜ່ານມາ, ໄດ້ຮັບຫຼຽນກາແຮງງານຊັ້ນ 1 ຈຳນວນ 151 ຫຼຽນ; ຊັ້ນສອງຈຳນວນ 270 ຫຼຽນ ແລະ ຊັ້ນ 3 ຈຳນວນ 273 ຫຼຽນ, ຫຼຽນກາມິດຕະພາບ 2 ຫຼຽນ, ຫຼຽນກາແຮງງານ 356 ຫຼຽນ, ໃບຍ້ອງຈາກລັດຖະບານ 300 ໃບ, ໃບຍ້ອງຍໍຈາກກະຊວງ 159 ໃບ, ໃບຂອບໃຈ 13 ໃບ, ໄດ້ຮັບໃບຍ້ອງຍໍບຸກຄົນ 3 ດີ ປະເພດ I ຈຳນວນ 719 ສະຫາຍ ແລະ ປະເພດ II ຈໍານວນ 21 ສະຫາຍ, ການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີຂອງສະຫະພັນແມ່ຍິງລາວ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມຄຳຂວັນ, ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ສະມາຊິກສະຫະພັນແມ່ຍິງ ເປີດບັ້ນແຂ່ງຂັນພ້ອມຕີລາຄາສະຫຼຸບສັງລວມການຈັັດຕັ້ງປະຕິບັດຂໍ້ແຂ່ງຂັນໄລຍະ 1 ແລະ 2 ໄດ້ຮັບຜົນສຳເລັດ ສະແດງອອກຄື: ປີ 2021-2022 ມີສະມາຊິກ 3 ດີ ປະເພດ I ຈຳນວນ 735 ສະຫາຍ, ໜ່ວຍແມ່ຍິງ 3 ດີ ຈຳນວນ 49 ໜ່ວຍ, ປີ 2023-2024 ມີສະມາຊິກ 3 ດີ ປະເພດ I ຈຳນວນ 719 ຄົນ, ໜ່ວຍແມ່ຍິງ 3 ດີ 41 ໜ່ວຍ, ສຳລັບປີ 2024 ມີສະມາຊິກ 3 ດີ 677 ສະຫາຍ, ໜ່ວຍແມ່ຍິງ 3 ດີ 44 ໜ່ວຍ; ພາຍຫຼັງຜ່ານຮ່າງບົດລາຍງານ ສະມາຊິກໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ຮ່າງບົດລາຍງານເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ; ໃນໂອກາດດັ່ງກ່າວ ໄດ້ມອບໃບຍ້ອງຍໍ 3 ດີ ໃຫ້ບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ ຖວທ. ຫຼັງຈາກນັ້ນ ຜູ້ແທນສົມບູນ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ຈໍານວນ 13 ສະຫາຍ, ກອງປະຊຸມຮອບປະຖົມມະລຶກເລືອກເອົາສະຫາຍ ນາງ ຈໍາພອນ ວົງສາ ເປັນປະທານ, ສະຫາຍ ນາງ ວອນວິໄລ ລັດຖະຟ້າສະຫວ່າງ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ມະນີສາຄອນ ທໍາມະວົງໄຊ ເປັນຮອງປະທານ; ສະຫາຍ ນາງ ສິມມະນີ ແກ້ວແກ່ນ ເປັນຄະນະ ທັງເປັນຮອງປະທານກວດກາ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ແລະ ສະຫາຍ ນາງ ສວນສະຫວັນ ວິຍະເກດ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຄະນະຊຸດໃໝ່ໃນການນໍາພາວຽກງານແມ່ຍິງພາຍໃນກະຊວງໃນຕໍ່ໜ້າ ຊຶ່ງທັງສອງທ່ານໄດ້ເນັ້ນໃຫ້ຄະນະສະຫະພັນແມ່ຍິງກະຊວງ ຖວທ ຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ຄົ້ນຄວ້າລະບຽບ, ກົດໝາຍ ຂອງ ສຍລ ທີ່ຕິດພັນກັບເອື້ອຍນ້ອງແມ່ຍິງໃຫ້ເລິກເຊິ່ງ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຕົນເພື່ອໃຫ້ເຂົ້າເຖິງແນວຄິດຈິດໃຈຂອງເອື້ອຍນ້ອງແມ່ຍິງໃຫ້ຫຼາຍຂຶ້ນ, ຄຽງຄູ່ກັບການເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກໃຫ້ແທດເໝາະກັບຕົວຈິງ, ເຕົ້າໂຮມຄວາມສາມັກຄີພາຍໃນຄະນະ ກໍຄືສະມາຊິກໃຫ້ກວ້າງຂວາງແໜ້ນແຟ້ນ, ພ້ອມກັນຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສໍາເລັດ ແລະ ນໍາເອົາມະຕິຂອງກອງປະຊຸມດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ເຜີຍແຜ່ໃຫ້ເອື້ອຍນ້ອງແມ່ຍິງພາຍໃນກະຊວງຢ່າງທົ່ວເຖິິງ, ສືບຕໍ່ປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດ.