ສະຫະພັນແມ່ຍິງ ກະຊວງພາຍໃນຈັດກອງປະຊຸມສະຫຼຸບຜົນສໍາເລັດກອງປະຊຸມໃຫ່ຍ ຄັ້ງທີ III
………………………..
ໃນວັນທີ 17 ມັງກອນ 2025 ສະຫະພັນແມ່ຍິງກະຊວງພາຍໃນ ໄດ້ຈັດກອງປະຊຸມສະຫຼຸບຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ແລະ ປະກາດການແຕ່ງຕັ້ງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງຂຶ້ນ ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນ. ທອງຈັນ ແກ້ວແສນຫອມ ຄະນະປະຈໍາພັກກະຊວງ; ມີເລຂາຄະນະບໍລິຫານງານຊາວໜຸ່ມ, ປະທານຄະນະບໍລິຫານງານກໍາມະບານ, ຄະນະໜ່ວຍແມ່ຍິງ ພ້ອມດ້ວຍສະມາຊິກແມ່ຍິງພາຍໃນກະຊວງທັງໝົດເຂົ້າຮ່ວມ.
ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງ ການຜ່ານຮ່າງບົດສະຫຼຸບຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງສະຫະພັນແມ່ຍິງກະຊວງພາຍໃນ, ມະຕິຕົກລົງແຕ່ງຕັ້ງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພາຍໃນ ສະໄໝທີ III ແລະ ຮ່າງແຜນການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງກະຊວງພາຍໃນ ປະຈໍາປີ 2025 ພ້ອມທັງລະດົມຄວາມຄິດເຫັນໃສ່ແຜນດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ.
ຄະນະບໍລິຫານງານ ສຍ ກະຊວງພາຍໃນ ສະໄໝທີ III ມີທັງໝົດ 09 ສະຫາຍ ຄື:
1. ສະຫາຍ ນາງ ແພງພັນ ດວງປະຊາ ເປັນປະທານ
2. ສະຫາຍ ນາງ ສຸດໃຈ ສິດທິວົງ ເປັນຮອງປະທານ
3. ສະຫາຍ ນາງ ປາລິດາ ອິນທະວົງ ເປັນເປັນຮອງປະທານ ທັງເປັນປະທານກວດກາ
4. ສະຫາຍ ນາງ ຄອນສະຫວັນ ວໍຣະລາດ ເປັນຄະນະ
5. ສະຫາຍ ນາງ ເຄືອວັນ ຈັນທະພູວົງ ເປັນຄະນະ
6. ສະຫາຍ ນາງ ສຸລິພອນ ອິນແສງ ເປັນຄະນະ ແລະ ເປັນຮອງປະທານກວດກາ
7. ສະຫາຍ ນາງ ຈັນສະໝອນ ສີສອນໄຊ ເປັນຄະນະ
8. ສະຫາຍ ນາງ ສຸດຖະພອນ ສຸດທິວົງ ເປັນຄະນະ
9. ສະຫາຍ ນາງ ຄໍາວັນ ລໍຄໍາຢອງ ເປັນຄະນະ ແລະ ເປັນກໍາມະການກວດກາ
ໃນໂອກາດດຽວກັນນີ້ ຍັງໄດ້ສ້າງກິດຈະກໍາຟ້ອນລໍາວົງສາມັກຄີ ຈັງຫວະລໍາວົງລາວ ທີ່ໄດ້ຮັບຮອງເປັນມໍລະດົກໂລກ ເພື່ອເປັນການຊົມເຊີຍ ແລະ ສືບສານວັດທະນາທໍາອັນດີງາມຊາດລາວ ເຊິ່ງຜູ້ເຂົ້າຮ່ວມທັງໝົດໄດ້ຮ່ວມກັນລໍາວົງສາມັກຄີຢ່າງເປັນຂະບວນຟົດຟື້ນ ຊຶ່ງປະກອບດ້ວຍ 8 ຈັງຫວະ ຄື: ຈັງຫວະເຊີນຊວນ, ຈັງຫວະສີພັນດອນ, ຈັງຫວະລໍາຕັ່ງຫວາຍ, ຈັງຫວະຂັບທຸ່ມຫຼວງພະບາງ, ຈັງຫວະສາລະວັນ, ຈັງຫວະສະລັບພັນປາ, ຈັງຫວະລໍາຄອນສະຫວັນ ແລະ ຈັງຫວະລໍາມະຫາໄຊ.


