ກອງປະຊຸມຜູ້ແທນສະຫະພັນແມ່ຍິງ ຄັ້ງທີ XIII ທົ່ວກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 09 ມັງກອນ 2025 ຢູ່ສະໂມສອນກອງບັນຊາການທະຫານ ແຂວງຊຽງຂວາງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ນາງ ຈັນທະສອນ ພູນສຸກ ກໍາມະການພັກແຂວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ສະຫາຍ ພັນເອກ ວັນທອງ ພົງສະຫວັນ ເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ, ສະຫາຍ ພັນໂທ ນາງ ຈັນສະໝອນ ລາດອິນທະວົງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຊຽງຂວາງ, ສະຫາຍ ພັນໂທ ຊໍ່ລໍ່ ເຊຍຝຸງຕົ່ງເຢິ ຫົວໜ້າພະແນກຊາວໜຸ່ມກອງບັນຊາການທະຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ສະຫະພັນແມ່ຍິງກົມກອງອ້ອມຂ້າງ, ສະຫະພັນແມ່ຍິງ ປກສ ແຂວງ, ເມືອງ, ທະຫານເມືອງ, ຄອບຄົວການນໍາ ແລະ ນັກທຸລະກິດ ຈໍານວນພົນເຂົ້າຮ່ວມທັງໝົດ 165 ສະຫາຍ, ຜູ້ແທນສົມບູນ 96 ສະຫາຍ, ແຂກຖືກເຊີນ 69 ສະຫາຍ, ເພດຊາຍ 35 ສະຫາຍ.
ສະຫາຍ ພັນໂທ ນາງ ຈັນສະໝອນ ລາດອິນທະວົງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຊຽງຂວາງ ຜ່ານບົົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມ ພ້ອມທັງວາງທິດທາງແຜນການໃນ 5 ປີ ຕໍ່ໜ້າ ເຊິ່ງໃນບົດລາຍງານໄດ້ຕີລາຄາຄືນ, ຜົນງານການເຄື່ອນໄຫວຮອບດ້ານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະຫະພັນແມ່ຍິງ ທົ່ວກອງບັນຊາການທະຫານ ແຂວງຊຽງຂວາງມີແນວຄິດໜັກແໜ້ນ, ສະຫາຍ ພັນຕີ ນາງ ຈັນ ພົມມະວີ ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາ ແລະ ທິດທາງແຜນພັດທະນາໄລຍະ 5 ປີຕໍ່ໜ້າ, 8 ແຜນງານ 29 ໂຄງການ, ໄລຍະຜ່ານມາພະແນກສະຫະພັນແມ່ຍິງ ໄດ້ສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ສະມາຊິກສະຫະພັນແມ່ຍິງເປັນຫຼັກ, ມີຄຸນທາດການເມືອງໜັກແໜ້ນ, ນໍາພາຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ ຂອງພັກ-ລັດ, ມະຕິຄໍາສັງຂອງຂັ້ນເທິງ, ສ້າງທຸກເງື່ອນໄຂໃຫ້ສະມາຊິກສະຫະພັນແມ່ຍິງ ເປັນບຸກຄົນຕົວແບບ, ໜ່ວຍຕົວແບບ ແລະ ຄອບຄົວຕົວແບບໃຫ້ເພີ່ມຂຶ້ນກວ່າເກົ່າ. ໃນຕອນທ້າຍກອງປະຊຸມ ຄະນະປະທານ ໄດ້ມີຄໍາເຫັນໂອ້ລົມພ້ອມທັງເນັ້ນໜັກບາງບັນຫາທີ່ສໍາຄັນ ເພື່ອປັບປຸງແບບແຜນວິທີການເຮັດວຽກງານໃນຕໍ່ໜ້າ ກອງປະຊຸມໄດ້ຮັບຮອງເອົາມະຕິກອງປະຊຸມຜູ້ແທນສະຫະພັນແມ່ຍິງ ຄັ້ງທີ XIII ທົ່ວກອງບັນຊາການທະຫານ ແຂວງຊຽງຂວາງ.
(ຂ່າວ ແລະ ຮູບພາບ ຈາກຫ້ອງການສະຫະພັນແມ່ຍິງກອງທັບ)


