ອວຍພອນຄະນະພັກ ຄະນະນໍາ ກະຊວງປ້ອງກັນປະເທດ

Jan 20, 2025

ຄະນະນຳສູນກາງສະຫະພັນແມ່ຍິງລາວ ອວຍພອນຄະນະພັກ ຄະນະນໍາ ກະຊວງປ້ອງກັນປະເທດ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949- 20 ມັງກອນ 2025)
…………………………
ໃນຕອນບ່າຍທີ 17 ມັງກອນ 2025, ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ຄະນະພັກ-ຄະນະນຳ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 – 20 ມັງກອນ 2025) ໃຫ້ກຽດຕ້ອນຮັບໂດຍ ທ່ານ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.
ໃນໂອກາດດັ່ງກ່າວ ທ່ານ ນາງ ທໍາມາ ເພັດວິໄຊ ໄດ້ຍ້ອງຍໍຊົມເຊີຍ ແລະ ນໍາເອົາຄໍາອວຍພອນອັນປະເສີດຂອງເອື້ອຍນ້ອງແມ່ຍິງລາວ ມາຍັງຄະນະພັກ, ຄະນະບັນຊາທຸກຂັ້ນ ຕະຫຼອດຮອດນາຍ ແລະ ພົນທະຫານ ກະຊວງປ້ອງກັນປະເທດ ທີ່ຍາມໃດກໍ່ໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາ ເພື່ອນໍາພາ-ຊີ້ນໍາ ບັນດາກົມກອງ ທີ່ຂຶ້ນກັບ ເຮັດໜ້າທີ່ໃນການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍດີຕະຫຼອດມາ ອັນເຮັດໃຫ້ສະພາບການຮອບດ້ານ ມີຄວາມສະຫງົບ, ປອດໄພ; ເຮັດໃຫ້ການປະຕິບັດໜ້າທີ່ດ້ານການເມືອງ ຂອງທຸກພາກສ່ວນ, ການພັດທະນາຮອບດ້ານ ເຄື່ອນໄຫວເຮັດໜ້າທີ່ໄດ້ຢ່າງມີຄວາມປອດໄພ ຕະຫຼອດ 76 ປີຜ່ານມາ.