ກອງປະຊຸມທົ່ວອົງຄະນະພັກ ສູນກາງສະຫະພັນແມ່ຍິງລາວ ປະຈໍາປີ 2024

Jan 20, 2025

ກອງປະຊຸມທົ່ວອົງຄະນະພັກ ສູນກາງສະຫະພັນແມ່ຍິງລາວ ປະຈໍາປີ 2024
…………………………………………………
ກອງປະຊຸມທົ່ວອົງຄະນະພັກ ສູນກາງສະຫະພັນແມ່ຍິງລາວ ປະຈຳປີ 2024 ຈັດຂຶ້ນໃນວັນທີ 13 ມັງກອນ 2025ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກ ກົງຈັກຊ່ວຍວຽກ ສສຍລ ເຂົ້າຮ່ວມຢ່າງພ້ອມພຽງ. ໃນວາລະກອງປະຊຸມ ຜູ້ເຂົ້໋າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງອົງຄະນະພັກ ສສຍລ ປະຈຳປີ 2024 ແລະ ທິດທາງວຽກຈຸດສຸມປີ 2025 ພ້ອມທັງປະກອບຄໍາເຫັນໃສ່ບົດສະຫຼຸບ; ຮັບຟັງການເຜີຍແຜ່ເອກະສານສຶກສາອົບຮົມການເມືອງແນວຄິດສຳລັບພະນັກງານ, ສະມາຊິກພັກ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ ແລະ ສະເຫຼຼີມສະຫຼອງ 3 ວັນປະຫວັດສາດ ປີ 2025 (ວັນສ້າງຕັັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ) ແລະ ເຜີຍແຜ່ເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 9 ສະໄໝທີ XI.
ການຈັດກອງປະຊຸມໃນຄັ້ງນີ້ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນ ເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດສູງສົົ່ງ ຂອງປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍ່າຮຽນ ເອົາເພິ່ນເປັນແບບຢ່າງ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊິກພັກ ຜູ້ທີ່ດີເດັ່ນ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນ; ຮັບຮູ້, ເຂົ້າໃຈ ມາດຕະຖານ ຂອງສະມາຊິກພັກ, ພະນັກງານ ຊຶ່ງແມ່ນສິ່ງທີ່ສໍາຄັນ ແລະ ຈໍາເປັນ ພ້ອມທັງແມ່ນປັດໄຈພື້ນຖານ ໃຫ້ແກ່ການເລືອກເຟັ້ນເອົາພະນັກງານ, ສະມາຊິກພັກ ເຂົ້າໃນການສັບຊ້ອນ, ຈັດວາງ, ກໍ່ສ້າງ, ບໍາລຸງ ແລະ ທັງເປັນບ່ອນອີງໃຫ້ພະນັກງານ, ສະມາຊິກພັກ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ເພື່ອກ້າວຂຶ້ນເປັນພະນັກງານ, ສະມາຊິກພັກ ທີ່ມີຄຸນນະພາບ. ພ້ອມນີ້ຍັງເປັນການປຸກລະດົມຂະບວນການຂອງທົົ່ວພັກ, ທົົ່ວລັດ ແລະ ທົົ່ວປວງຊົນລາວທັງຊາດ ໃນການບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັັ້ງທີ IX ແລະ ສອງວາລະແຫ່ງຊາດ ຕິດພັນກັບການສ້າງຜົນງານ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃນປີ 2025 ທັງເປັນການຕັ້ງໜ້າກະກຽມກອງປະຊຸມໃຫຍ່ຂັ້ນຂອງຕົນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນ, ແຂງແຮງ ແລະ ເບີກບານມ່ວນຊື່ນ.