ກອງປະຊຸມຜ່ານຮ່າງເນື້ອໃນ ແລະ ທາບທາມບຸກຄະລາກອນ ຮອບທີ 2

Jan 20, 2025

ສະຫະພັນແມ່ຍິງ ຂອງສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມຜ່ານຮ່າງເນື້ອໃນ ແລະ ທາບທາມບຸກຄະລາກອນ ຮອບທີ 2
………………………………
ເພື່ອກະກຽມໃຫ້ແກ່ ການດໍາເນີນກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ຂອງສູນກາງສະຫະພັນແມ່ຍິງລາວ ຄັ້ງທີ VIII ທີ່ຈະຈັດຂຶ້ນໃນມໍ່ໆນີ້. ດັ່ງນັ້ນ, ໃນຕອນບ່າຍວັນທີ 09 ມັງກອນ 2025 ສະຫະພັນແມ່ຍິງ ຂອງສູນກາງສະຫະພັນແມ່ຍິງລາວ ໄດ້ຈັດກອງປະຊຸມຜ່ານຮ່າງເນື້ອໃນ ແລະ ທາບທາມບຸກຄະລາກອນ ຮອບທີ 2 ໂດຍການເຂົ້າຮ່ວມ ແລະ ມີຄໍາເຫັນຕໍ່ກອງປະຊຸມ ຂອງ ສະຫາຍ ນາງ ທຳມາ ເພັດວິໄຊ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານ ສສຍລ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ສສຍລ; ມີບັນດາຮອງປະທານຄະນະບໍລິຫານງານ ສສຍລ, ປະທານ-ຮອງປະທານຮາກຖານ ແລະ ສະມາຊິກສະຫະພັນແມ່ຍິງ ສສຍລ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງສອງພາກ, ຮ່າງບົດສໍາຫຼວດການນໍາພາ, ຮັບຟັງການຜ່ານມາດຖານ, ເງື່ອນໄຂຜູ້ທີ່ຈະລົງສະໝັກເລືອກຕັ້ງ ແລະ ແນະນໍາການທາບທາມ; ພ້ອມທັງຮັບຟັງຄໍາເຫັນຈາກທ່ານ ຮອງປະທານ ຄະນະບໍລິຫານງານ ສສຍລ ທີ່ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມທຸກຄົນ ເອົາໃຈໃສ່ຄົ້ນຄວ້າປະກອບຄໍາຄິດເຫັນໃສ່ຮ່າງເນື້ອໃນເອກະສານຕ່າງໆຂອງກອງປະຊຸມ ພ້ອມທັງພິຈາລະນາມາດຖານເງື່ອນໄຂຂອງບຸກຄະລາກອນທີ່ຈະລົງຮັບສະໝັກໃຫ້ແທດເໝາະ ສອດຄ່ອງ ແລະ ເປັນເອກະພາບກັນ ເພື່ອໃຫ້ການຈັດກອງປະຊຸມ ແລະ ດຳເນີນການປ່ອນບັດທາບທາມ ໃນຄັ້ງນີ້ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.