ສະຫະພັນກໍາມະບານ ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມຜ່ານຮ່າງເນື້ອໃນ ແລະ ທາບທາມບຸກຄະລາກອນ ຮອບທີ 02
……………………………………………..
ເພື່ອກະກຽມໃຫ້ແກ່ ການດໍາເນີນກອງປະຊຸມໃຫຍ່ສະຫະພັນກຳມະບານ ສູນກາງສະຫະພັນແມ່ຍິລາວ ສະໄໝທີ XIII ທີ່ຈະຈັດຂຶ້ນໃນມໍ່ໆນີ້. ດັ່ງນັ້ນ, ສະຫະພັນກໍາມະບານ ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມຜ່ານຮ່າງເນື້ອໃນ ແລະ ທາບທາມບຸກຄະລາກອນ ຮອບທີ 02 ຂຶ້ນໃນຕອນເຊົ້າວັນທີ 09 ມັງກອນ 2025 ທີ່ ສູນກາງສະຫະພັນແມ່ຍິງລາວ ໂດຍການເຂົ້າຮ່ວມ ແລະ ມີຄໍາເຫັນ ຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີຄະນະປະທານ ສສຍລ, ບັນດາຄະນະບໍລິຫານງານສະຫະພັນກຳມະບານ ສສຍລ, ປະທານ-ຮອງປະທານຮາກຖານ ກົງຈັກຊ່ວຍວຽກຂອງ ສສຍລ ພ້ອມດ້ວຍ ສະມາຊິກສະຫະພັນກໍາມະບານສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງສອງພາກ, ບົດສະຫຼຸບແຜນພັດທະນາວຽກງານກໍາມະບານໄລຍະ 5 ປີ 2021-2025 ແລະ ແຜນຕໍ່ໜ້າ 2026-2030, ຜ່ານຮ່າງບົດສໍາຫຼວດການນໍາພາ, ຮັບຟັງການຜ່ານມາດຖານ, ເງື່ອນໄຂ ແລະ ແນະນໍາການທາບທາມ ຜູ້ທີ່ຈະລົງສະໝັກເລືອກຕັ້ງ ພ້ອມທັງຮັບຟັງການມີຄໍາເຫັນ ຂອງສະຫາຍ ເລຂາຄະນະພັກ ເພື່ອໃຫ້ການຈັດກອງປະຊຸມ ແລະ ດຳເນີນການປ່ອນບັດທາບທາມບຸກຄະລາກອນໃນຄັ້ງນີ້ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.


