ເພື່ອຂໍ່ານັບຮັບຕ້ອນກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບຄັ້ງທີ IX ທີ່ຈະມາເຖິງນີ້, ຕອນເຊົ້າວັນທີ 07 ມັງກອນ 2025, ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຈັດຕັ້ງນໍາພາສະມະຊິກສະຫະພັນແມ່ຍິງ ເຂົ້າຊົມຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ ແລະ ອະນຸສອນສະຖານຄຸກກັກຂັງຜູ້ນໍາແນວລາວຮັກຊາດ, ນໍາພາໂດຍ ສະຫາຍ ພັນໂທ ນາງ ປາ ວົງສະແຫວງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຫົວໜ້າພະແນກ, ຂະແໜງ ແລະ ສະມະຊິກສະຫະພັນແມ່ຍິງ ເຂດໃຈກາງນະຄອນຫຼວງ ເຂົ້າຮ່ວມຈໍານວນ 41 ສະຫາຍ. ການເຂົ້າຊົມໃນຄັ້ງນີ້ເພື່ອເປັນການປຸກລະດົມແນວຄິດຈິດໃຈ ຂອງພະນັກງານ-ນັກຮົບເພດຍິງ ໄດ້ຮຽນຮູ້ມູນເຊື້ອວັດທະນະທໍາອັນດີງາມຂອງບັນພະບູລຸດ ເພື່ອນໍາໄປສຶກສາອົບຮົມສະມະຊິກສະຫະພັນແມ່ຍິງ ໃຫ້ມີແນວຄິດຮັກຊາດ, ຮູ້ຈໍາແນກໄດ້ມິດສັດຕູຢ່າງຈະແຈ້ງ. ໂອກາດດັ່ງກ່າວ ສະຫາຍ ພັນໂທ ນາງ ປາ ວົງສະແຫວງ ໄດ້ຕາງໜ້າຄະນະສະແດງຄວາມຮູ້ສຶກຕໍ່ການເຂົ້າຢ້ຽມຊົມໃນຄັ້ງນີ້.
(ຂ່າວ ແລະ ຮູບພາບ ຈາກຫ້ອງການສະຫະພັນແມ່ຍິງກອງທັບ)





