ພິທີສະຫຼຸບປີດກິດຈະກຳວົງຈອນການໃຫ້ຄຳປຶກສາດ້ານການມີວຽກເຮັດງານທຳ

Jan 20, 2025

ພິທີສະຫຼຸບປີດກິດຈະກຳວົງຈອນການໃຫ້ຄຳປຶກສາດ້ານການມີວຽກເຮັດງານທຳກັບຜູ້ເຂົ້າຮ່ວມ ຊຸດທີ 3 ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ VTESS
ໃນຕອນເຊົ້າຂອງວັນທີ 7 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມຫ້ອງການສະຫະພັນແມ່ຍິງແຂວງຄຳມ່ວນ ໄດ້ມີພິທີສະຫຼຸບປີດກິດຈະກຳວົງຈອນການໃຫ້ຄຳປຶກສາດ້ານການມີວຽກເຮັດງານທຳກັບຜູ້ເຂົ້າຮ່ວມ ຊຸດທີ 3 ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ VTESS ຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ໄພວັນ ພົນຫາລາດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ທ່ານ ນາງ ສົມປະສົງ ສີສອນໄຊ ຜູ້ປະສານງານໂຄງການຂັ້ນແຂວງ, ມີ ຫົວໜ້າ, ຮອງຫົວໜ້າຂະແໜງ, ໂຄສຜູ້ໃຫ້ຄຳປຶກສາ ພ້ອມດ້ວຍນ້ອງໆຜູ້ເຂົ້າຮ່ວມວົງຈອນການໃຫ້ຄຳປຶກສາເຂົ້າຮ່ວມທັງໝົດ 30 ທ່ານ, ຊາຍ 8 ທ່ານ.
ກອງປະຊຸມໄດ້ຜ່ານບົດລາຍງານຜົນສຳເລັດການຈັດກິດຈະກຳວົງຈອນການໃຫ້ຄຳປຶກສາ ດ້ານການມີວຽກເຮັດງານທຳ ຊຸດທີ 3 ໄລຍະ 1 ປີ ຜ່ານມາ ປະຈຸບັນມີຜູ້ເຂົ້າຮ່ວມວົງຈອນ ຈຳນວນ26 ນ້ອງ, ຊາຍ 12 ນ້ອງ; ເຊິ່ງນອນໃນສາຂາອາຊີບ 9 ສາຂາອາຊີບຄື: ຕັດຫຍິບ 9 ນ້ອງຍິງ, ສ້ອມແປງເຄື່ອງສຽງ 2 ນ້ອງຊາຍ, ປູກເຫັດ 1 ນ້ອງຊາຍ, ເສີມສວຍ 5 ນ້ອງຍິງ, ສ້ອມແປງລົດຈັກ 1 ນ້ອງຊາຍ, ຂັບລົດໃຫຍ່ 5 ນ້ອງຊາຍ, ສ້ອມແປງໂທລະສັບ 1 ນ້ອງຊາຍ, ໄຟຟ້າເຄື່ອງເຢັນ 2 ນ້ອງຊາຍ ແລະ ຕັດຜົມຊາຍ 1 ນ້ອງຊາຍ ໃນນັ້ນມີນ້ອງໆທີ່ຈະຂຽນແຜນຂໍທຶນມີ 11 ນ້ອງ, ຊາຍ 2 ນ້ອງ. ຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນຈົບວົງຈອນໃຫ້ຄຳປຶກສາດ້ານການມີວຽກເຮັດງານທຳ ແລະ ໃບຢັ້ງຢືນຈາກການໃນການຮຽນຮູ້ວິຊາຊີບຈາກຮ້ານຕ່າງໆ ເຊິ່ງໃຫ້ກຽດມອບໂດຍທ່ານ ນາງ ໄພວັນ ພົນຫາລາດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ທ່ານ ນາງ ສົມປະສົງ ສີສອນໄຊ ຜູ້ປະສານງານໂຄງການຂັ້ນແຂວງ.
ໃນພິທີຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ແລະ ຜູ້ປະສານງານໂຄງການຂັ້ນແຂວງ ເຊິ່ງທ່ານກໍ່ໄດ້ໜັ້ນໜັກໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ນຳເອົາຄວາມຮູ້, ປະສົບການ ແລະ ທັກສະດ້ານຕ່າງໆແຕ່ລະຂັ້ນຕອນ ຂອງວົງຈອນການໃຫ້ຄຳປຶກສາດ້ານການມີວຽກເຮັດງານທຳໄປນຳໃຊ້ເຂົ້າໃນຊີວິດປະຈຳວັນໃຫ້ເກີດດອກອອກຜົນ ເພື່ອໃຫ້ຊີວິດປະສົບຜົນສຳເລັດໃນສາຂາອາຊີບທີ່ຕົນເອງເລືອກ ແລະ ຜູ້ທີ່ຈະສືບຕໍ່ຂຽນແຜນເອົາທຶນ ກໍ່ຂໍ້ໃຫ້ຕັ້ງໃຈຊອກຮູ້ຮ່ຳຮຽນ ແລະ ສາມາດຍາດເອົາທຶນຮອນໃນການຊ່ວຍເຫຼືອດັ່ງກ່າວ ເພື່ອເປັນປະໂຫຍດໃນການສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ.