ງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2024 ແລະ ຕ້ອນຮັບປີໃໝ່ 2025

Jan 16, 2025

ໃນຄໍ່າຄືນຂອງວັນທີ 31 ທັນວາ 2024 ນີ້, ສະຫະພັນແມ່ຍິງແຂວງຫົວພັນ ເຊິ່ງນຳພາໂດຍທ່ານ ນາງ ແຍງເພັດ ບຸນມີໄຊ ປະທານສະຫະພັນແມ່ຍິງແຂວງ, ຄະນະປະທານ ພ້ອມດ້ວຍພະນັກງານສະຫະພັນແມ່ຍິງແຂວງ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2024 ແລະ ຕ້ອນຮັບປີໃໝ່ 2025 ຢູ່ທີ່ສວນສາທາລະນະ ຫົວພັນ-ແທັງຮວ່າ, ໂດຍມີທ່ານ ຄໍາແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫົວພັນ, ບັນດາທ່ານຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ພະນັກງານອາວຸໂສບໍານານ, ອາດີດການນໍາແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ນັກທຸລະກິດທັງພາຍໃນແລະ ຕ່າງປະເທດພ້ອມດ້ວຍມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.