3 ອົງການຈັດຕັ້ງມະຫາຊົນ ສສຍລ ຈັດກອງປະຊຸມທາບທາມບຸກຄະລາກອນ
……………………………………………..
ເພື່ອກະກຽມໃຫ້ແກ່ ກອງປະຊຸມໃຫຍ່ສະຫະພັນກຳມະບານ ສູນກາງສະຫະພັນແມ່ຍິລາວ ຄັ້ງທີ XIII; ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ VIII ແລະ ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ XIII ທີ່ຈະຈັດຂຶ້ນໃນມໍ່ໆນີ້. ດັ່ງນັ້ນ, ໃນວັນທີ 02 ມັງກອນ 2025 ສາມອົງການຈັດຕັ້ງມະຫາຊົນ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ 1 ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສັ້ນ ໄຊຍະແສງ ປະທານສະຫະພັນກຳມະບານ ສສຍລ; ສະຫາຍ ນາງ ວິໄລວັນ ດີລະພັນ ປະທານສະຫະພັນແມ່ຍິງ ຂອງ ສສຍລ; ສະຫາຍ ນາງ ສຸກພາພອນ ຜານິດ ເລຂາຄະນະບໍລິຫານງານຊາວໜຸ່ມ ສສຍລ; ມີບັນດາປະທານ, ຮອງປະທານຄະນະບໍລິຫານງານ, ປະທານ-ຮອງປະທານຮາກຖານ, ເລຂາ-ຮອງເລຂາຮາກຖານ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດສໍາຫຼວດການນໍາພາຂອງ ທັງ 3 ອົງການ ແລະ ຮັບຟັງການຜ່ານມາດຖານເງື່ອນໄຂຜູ້ທີ່ຈະລົງສະໝັກເລືອກຕັ້ງ ແລະ ດຳເນີນການປ່ອນບັດທາບທາມບຸກຄະລາກອນຂອງທັງ 3 ອົງການ ເພື່ອກະກຽມໃຫ້ກອງປະຊຸມທາບທາມໃນຄັ້ງຕໍ່ໄປ.





