ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ

Jan 8, 2026

 

ສະຫາຍ ທອງລຸນ ສີສຸລິດ ຖືກເລືອກຕັ້ງເປັນ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອີກ 1 ສະໄໝ
ໃນວາລະດຳເນີນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໃນວັນທີ 8 ມັງກອນ 2026 ນີ້, ກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທັງໝົດ 88 ສະຫາຍ. ຍິງ 13 ສະຫາຍ. ໃນນັ້ນ, ກໍາມະການສົມບູນ 73 ສະຫາຍ, ຍິງ 12 ສະຫາຍ ແລະ ກຳມະການສໍາຮອງສູນກາງພັກ 15 ສະຫາຍ, ຍິງ 1 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XII, ເລືອກຕັ້ງກຳມະການກົມການເມືອງສູນກາງພັກ ຈຳນວນ 13 ສະຫາຍ, ຍິງ 1 ສະຫາຍ; ຄະນະເລຂາທິການສູນກາງພັກ 11 ສະຫາຍ, ຍິງ 4 ສະຫາຍ; ເລືອກເອົາປະທານ ແລະ ຮອງປະທານ ຄະນະກວດກາສູນກາງພັກ 7 ສະຫາຍ ຍິງ 1 ສະຫາຍ.