ສູນກາງສະຫະພັນແມ່ຍິງລາວ ຈັດເຜີຍແຜ່ວຽກງານປະກັນສັງຄົມ
ຕອນບ່າຍ ວັນທີ 20 ເມສາ 2026, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບວຽກງານປະກັນສັງຄົມ; ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ທໍາມາ ເພັດວິໄຊ ແລະ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ມີອາດີດຮອງປະທານຄະນະບໍລິຫານງານ ສສຍລ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ຄະນະພະແນກ, ພະນັກງານບຳນານ, ພະນັກງານ ສສຍລ ພ້ອມດ້ວຍຄະນະຈາກອົງການປະກັນສັງຄົມແຫ່ງຊາດ ເຂົ້າຮ່ວມ.
ທ່ານ ນາງ ຄຸດທະວັນ ອັກຄະຣາດ ຫົວໜ້າພະແນກໂຄສະນາປະຊາສຳພັນ ອົງການປະກັນສັງຄົມແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນເຜີຍແຜ່ກ່ຽວກັບ ວຽກງານປະກັນສັງຄົມ ເຊິ່ງການປະກັນສັງຄົມ ແມ່ນການຮັບປະກັນໃຫ້ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວໄດ້ຮັັບການອຸດໜູນຈາກກອງທຶນປະກັນສັງຄົມ ເພື່ອຄໍ້າປະກັນການດຳລົງຊີວິດຂັ້ນພື້ນຖານ ເມື່ອມີການປິ່ນປົວສຸຂະພາບ, ເກີດອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ, ອອກລູກ, ປ່ວຍການ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ, ອຸດໜູນສະມາຊິກຄອບຄົວຕາມເງື່ອນໄຂທີ່ກຳນົດໄວ້ໃນກົດໝາຍ. ພ້ອມນີ້ກໍໄດ້ເຜີຍແຜ່ກ່ຽວກັບ ລະບົບປະກັນສັງຄົມ ໃນ ສປປ ລາວ; ຜົນປະໂຫຍດທີ່ຜູ້ປະກັນຕົນ ທີ່ຈະໄດ້ຮັບການຄຸ້ມຄອງດ້ານສະຫວັດດີການສັງຄົມ ທັງໃນປັດຈຸບັນ, ອະນາຄົດ ຕະຫຼອດຮອບວຽນຂອງຊີວິດ ພາຍຫຼັງທີ່ເປັນສະມາຊິກປະກັນສັງຄົມຕື່ມອີກ.


