ກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງສູນກາງສະຫະພັນແມ່ຍິງລາວ ຄັ້ງທີ VIII
………………………………
ໃນຕອນບ່າຍ ວັນທີ 28 ເມສາ 2025 ສະຫະພັນແມ່ຍິງ ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສສຍລ ຄັ້ງທີ VIII ຂຶ້ນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະພັກ, ຄະນະປະທານ, ຄະນະບໍລິຫານງານສະຫະພັນແມ່ຍິງ ສສຍລ, ຄະນະຮາກຖານ ພ້ອມດ້ວຍສະມາຊິກແມ່ຍິງ ບນດາກົງຈັກຊ່ວຍວຽກ ສສຍລ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສສຍລ ຄັ້ງທີ VIII, ຜ່ານຂໍ້ຕົກລົງຮັບຮອງຄະນະບໍລິຫານງານສະຫະພັນແມ່ຍິງ ສສຍລ ສະໄໝທີ VIII; ຜ່ານຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ, ແຜນດຳເນີນງານ; ຜ່ານແຜນແບ່ງຄວາມຮັບຜິດຊອບ ແລະ ຜ່ານແຜນພັດທະນາ ສະຫະພັນແມ່ຍິງ ສສຍລ ທີ່ຮັບຮອງໃນກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສສຍລ ຄັ້ງທີ VIII ເພື່ອໃຫ້ຜູ້ເຂົ້າຮ່ວມ ກໍຄືແຕ່ລະຮາກຖານ ກຳໄດ້ເນື້ອໃນສໍາຄັນຂອງກອງປະຊຸມ ເພື່ອພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະກັບພາກສ່ວນຕົນໃຫ້ມີຜົນສໍາເລັດ. ໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານປະທານ ສສຍລ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໃຫ້ຄະນະສະຫະພນແມ່ຍິງ ສສຍລ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກສະຫະພັນແມ່ຍິງໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ, ກໍ່ຄືຂອງແມ່ຍິງລາວບັນດາເຜົ່າ ພ້ອມກັນບຸກບືນພັດທະນາວຽກງານແມ່ຍິງໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ ແລະ ພ້ອມກັນຈັດຕັ້ງປະຕິບັດບັນດາມະຕິ ແລະ ແຜນງານຕ່າງໆທີ່ວາງໄວ້ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.



