ຮອງປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ຄັ້ງທີ IX ຢູ່ທີ່ແຂວງວຽງຈັນ
…………………………………………
ຕອນບ່າຍວັນທີ 26 ກຸມພາ 2026 ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດເປັນປະທານກອງປະຊຸມເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ທີ່ແຂວງວຽງຈັນ, ໂດຍມີ ທ່ານ ນາງ ວົງເດືອນ ວັດຕະໂສ ປະທານສະຫະພັນແມ່ຍິງແຂວງວຽງຈັນ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະຫະພັນແມ່ຍິງເມືອງ, ສະຫະພັນແມ່ຍິງຈາກພະແນກການກົມກອງອ້ອມຂ້າງເຂົ້າຮ່ວມ.
ນາງ ວົງເດືອນ ວັດຕະໂສ ປະທານສະຫະພັນແມ່ຍິງແຂວງ ໄດ້ສະຫຼຸບລາຍງານໂດຍສັງເຂບ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ຂອງສະຫະພັນແມ່ຍິງແຂວງວຽງຈັນ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນບັນດາຜົນສໍາເລັດ, ສິ່ງທ້າທາຍ ແລະ ທິດທາງການພັດທະນາວຽກງານແມ່ຍິງໃນຕໍ່ໜ້າ. ຈາກນັ້ນ, ທ່ານຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິລາວ ໄດ້ເຜີຍແຜ່ເນື້ອໃນຈິດໃຈຜົນສຳເລັດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ໂດຍສະເພາະແມ່ນການປະກອບສ່ວນ ຂອງແມ່ຍິງ ແລະ ເວລາໃດພັກ ກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານອົງການມະຫາຊົນ ເວົ້າລວມ ເວົ້າສະເພາະ ແມ່ນການພັດທະນາແມ່ຍິງລາວໃຫ້ກ້າວເດີນໄປພ້ອມໆກັບການພັດທະນາປະເທດຊາດ. ຫຼັງຈາກນັ້ນ, ທ່ານ ຮອງປະທານ ສສຍລ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ທີ່ໄດ້ຮັບຮອງເອົາເນື້ອໃນສໍາຄັນ ຄື: ຮັບຮອງເອົາລາຍງານການເມືອງ ທັງສອງພາກ ພ້ອມທັງກໍານົດທິດທາງ, ຄາດໝາຍສູ້ຊົນ 5 ປີ (2026-2030); ຮັບຮອງເອົາວິໄສທັດ ຮອດປີ 2035, ແຜນພັດທະນາແມ່ຍິງລາວ 5 ປີ (2026-2030) ຊຶ່ງມີ 9 ເປົ້າໝາຍ, 31 ແຜນວຽກຈຸດສຸມ ແລະ 144 ວຽກຈຸດສຸມ, ຊຶ່ງວຽກງານສະຫະພັນແມ່ຍິງພວກເຮົາແມ່ນໄດ້ເຂົ້າໃນແຜນພັດທະນາເສດະກິດສັງຄົມແຫ່ງຊາດຄັ້ງທີ X ໃນເປົ້າໝາຍທີ 3; ຮັບຮອງເອົາກົດລະບຽບ ຂອງສະຫະພັນແມ່ຍິງລາວ ສະໄໝທີ IX; ຮັບຮອງເອົາ ຄໍາຂວັນ ແລະ ຂໍ້ແຂ່ງຂັນ ຂອງສະຫະພັນແມ່ຍິງລາວ ສະໄໝ IX; ສືບຕໍ່ຮັກສາ ແລະ ປະຕິບັດ: ຄໍາຂວັນ: “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນ ກັບການພັດທະນາປະເທດຊາດ” ຂໍ້ແຂ່ງຂັນ 3 ດີ ຄື: “ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ”. ພ້ອມທັງມີຄຳເຫັນເນັ້ນໜັກໃຫ້ຄະນະສະຫະພັນແມ່ຍິງແຕ່ລະຂັ້ນສືບຕໍ່ນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃນຖັນແຖວສະມາຊິກ ສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ໃຫ້ເລິກເຊິ່ງເຖິງຖອງ, ມີຄວາມເປັນເອກະພາບ ແລະ ຕື່ນຕົວປະຕິບັດແນວທາງນະໂຍບາຍ, ມະຕິ-ຄໍາສັ່ງຂອງພັກ ແລະ ມະຕິກອງປະຊຸມໃຫຍ່; ຕັ້ງໜ້າເສີມຂະຫຍາຍຜົນງານ ແລະ ວິລະກໍາອັນໂດດເດັ່ນ ຂອງການນໍາເພດຍິງຮຸ່ນຕ່າງໆ, ພ້ອມທັງເປັນເຈົ້າການໃນການຍົກລະດັບທາງດ້ານການສຶກສາ, ຕັ້ງໜ້າຮໍ່າຮຽນທິດສະດີການເມືອງ, ວິຊາສະເພາະ, ວິທະຍາສາດເຕັກນິກ, ກ້າຕໍ່ສູ້ກັບສິ່ງທີ່ກີດຂວາງ ຕໍ່ການພັດທະນາຕົນເອງ, ເປັນຜູ້ສືບທອດທີ່ດີເດັ່ນ, ຈົງຮັກພັກດີ ຕໍ່ອົງການຈັດຕັ້ງສະຫະພັນແມ່ຍິງລາວ, ຕໍ່ພັກ ກໍຄືຂອງປະເທດຊາດ. ພ້ອມນີ້ກອງປະຊຸມໄດ້ຮັບຟັງການເຜີຍແຜ່ກົດລະບຽບ ແລະ ພາລະບົດບາດຂອງສະຫະພັນແມ່ຍິງລາວ; ກົດລະບຽບສະຫະພັນແມ່ຍິງລາວ ສະໄໝທີ IX ເຊິ່ງປະກອບດ້ວຍ 11 ໝວດ, 54 ມາດຕາ, ທຽບໃສ່ສະໄໝທີ VIII ແມ່ນເພີ່ມຂຶ້ນ 23 ມາດຕາ, ປັບປຸງຄືນໃໝ່ 09 ໝວດ, 26 ມາດຕາ ແລະ ຮັກສາເດີມ 5 ມາດຕາ; ເພື່ອສ້າງຄວາມຮັບຮູ້ແລະເຂົ້າໃຈກ່ຽວກັບວຽກງານລະຫວ່າງ ສູນກາງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງຂັ້ນທ້ອງຖິ່ນ ໃຫ້ມີຄວາມສອດຄ່ອງ ແລະ ເປັນເອກະພາບກັນ.

