ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ
ຄັ້ງທີ IX ຢູ່ແຂວງຊຽງຂວາງ
…………………………………………………
ວັນທີ 02 ກຸມພາ 2026, ກອງປະຊຸມເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ຈັດຂຶ້ນທີ່ແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ, ຜູ້ຊີ້ນຳຂົງເຂດພັກ ແລະ ພະນັກງານ; ທ່ານນາງ ສາຍພູເງິນ ອຸດົມສຸກ ກຳມະການພັກແຂວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະສະຫະພັນແມ່ຍິງເມືອງ, ແຂກຖືກເຊີນຈາກພະແນກການກົມກອງອ້ອມຂ້າງເຂົ້າຮ່ວມ 300 ຄົນ.
ໃນພິທີ ທ່ານນາງ ສາຍພູເງິນ ອຸດົມສຸກ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ຂອງສະຫະພັນແມ່ຍິງແຂວງຊຽງຂວາງ ໃນໄລຍະຜ່ານມາ ຍົກໃຫ້ເຫັນຜົນສໍາເລັດທີ່ສາມາດເຮັດໄດ້, ສິ່ງທ້າທາຍ ແລະ ທິດທາງແຜນການ ໃນການພັດທະນາວຽກງານແມ່ຍິງແຂວງໃນຕໍ່ໜ້າ. ຈາກນັ້ນ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກໍໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຊຶ່ງໄດ້ຮັບຮອງເອົາເນື້ອໃນສໍາຄັນ ແລະ ບັນດາເອກະສານຕ່າງໆທີ່ສຳຄັນ ເປັນຕົ້ນ ຮັບຮອງເອົາລາຍງານການເມືອງ ທັງສອງພາກ ພ້ອມທັງກໍານົດທິດທາງ, ຄາດໝາຍສູ້ຊົນ 5 ປີ (2026-2030); ຮັບຮອງເອົາວິໃສທັດ ຮອດປີ 2035, ແຜນພັດທະນາແມ່ຍິງລາວ 5 ປີ (2026-2030) ຊຶ່ງມີ 9 ເປົ້າໝາຍ, 31 ແຜນວຽກຈຸດສຸມ ແລະ 144 ວຽກຈຸດສຸມ, ຮັບຮອງເອົາກົດລະບຽບ ຂອງສະຫະພັນແມ່ຍິງລາວ ສະໄໝທີ IX; ຮັບຮອງເອົາ ຄໍາຂວັນ ແລະ ຂໍ້ແຂ່ງຂັນ ຂອງສະຫະພັນແມ່ຍິງລາວ ສະໄໝ IX; ສືບຕໍ່ຮັກສາ ແລະ ປະຕິບັດ: ຄໍາຂວັນ: “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນ ກັບການພັດທະນາປະເທດຊາດ” ແລະ ຂໍ້ແຂ່ງຂັນ 3 ດີ ຄື: “ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ”.
ທ່ານຍັງໄດ້ກ່າວອີກວ່າ: ໃນນາມສະຫະພັນແມ່ຍິງລາວ ພວກເຮົາຕ້ອງໄດ້ເອົາໃຈໃສ່ປະຕິບັດວຽກງານຈຸດສຸມ ເປັນຕົ້ນ ການເສີມຂະຫຍາຍບົດບາດ ຂອງອົງການຈັດຕັ້ງມະຫາຊົນ ກໍຄືສະຫະພັນແມ່ຍິງລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຍົກສູງຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮູ້ຮັກສາກຽດສັກສີ ຂອງແມ່ຍິງລາວ, ຮູ້ປົກປັກຮັກສາ ແລະ ສືບທອດເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມ ຂອງຊາດ ແລະຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ເຂັ້ມແຂງ, ຍຶດໝັ້ນ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນດີງາມຂອງຊາດ, ການສ້າງຄວາມສີວິໄລທາງດ້ານວັດຖຸໄປຄຽງຄູ່ກັບຄວາມສີວິໄລດ້ານຈິດໃຈ ແລະ ພັດທະນາສີມືການຕໍ່າຫູກ, ທໍໄໝ ຜະລິດສິນຄ້າທີ່ເປັນເອກະລັກ ໃຫ້ມີຄວາມຍືນຍົງຕິດພັນກັບວຽກງານບໍລິການ ແລະ ທ່ອງທ່ຽວ.
ຄຽງຄູ່ກັນນີ້ ທ່ານຍັງໄດ້ເຜີຍແຜ່ເອກະສານສໍາຄັນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເພື່ອໃຫ້ຜູ້ເຂົ້າຮ່ວມທັງໝົດຮັບຮູ້ ເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງ ຕໍ່ຄວາມໝາຍ, ຄວາມສໍາຄັນ, ເຂົ້າໃຈ ແລະ ກຳແໜ້ນ ລະບຽບການ, ຂັ້ນຕອນ ແລະ ວິທີການປ່ອນບັດເລືອກຕັ້ງ ລວມໄປເຖິງການສົ່ງເສີມເອື້ອຍນ້ອງແມ່ຍິງໃຫ້ມີຄວາມກ້າວໜ້າ ແລະ ເປັນການປະກອບສ່ວນເຮັດໃຫ້ຕົວເລກແມ່ຍິງທີ່ນັ່ງໃນສະພາມີຈຳນວນເພີ່ມຂຶ້ນ, ພ້ອມນີ້ ທ່ານກໍໄດ້ຮຽກຮ້ອງໃຫ້ພວກເຮົາທຸກຄົນ ກໍຄືເອື້ອຍນ້ອງແມ່ຍິງພ້ອມໃຈກັນໄປໃຊ້ສິດຂອງຕົນເອງໃນການເລືອກຕັ້ງທີ່ຈະຈັດຂຶ້ນໃນມໍ່ໆນີ້ໂດຍສາມາດຮັບປະກັນໃຫ້ບັນລຸຜົນສຳເລັດຕາມ 4 ຄາດໝາຍ (400%) ທີ່ວາງໄວ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ໂອກາດນີ້ ທ່ານ ນາງ ພູຄຳ ຄັດສະຫວ່າງ ຫົວໜ້າກົມກວດກາ ສູນກາງສະຫະພັນແມ່ຍິງລາວ ກໍໄດ້ເຜີຍແຜ່ກົດລະບຽບ ແລະ ພາລະບົດບາດຂອງສະຫະພັນແມ່ຍິງລາວ ເຊິ່ງລວມມີ 11 ໝວດ ແລະ 54 ມາດຕາ ເພື່ອໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງຂັ້ນຕ່າງໆສາມາດນຳໄປເປັນບ່ອນອີງ ໃນການເຄື່ອນໄຫວວຽກງານໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ຢ່າງມີຜົນສຳເລັດ.

