ເປີດຊຸດຝຶກອົບຮົມວຽກງານກວດກາພັກ, ກວດກາລັດ

19 / 05 / 2026 | ຂ່າວສານ ແລະ ກິດຈະກຳ

ເປີດຊຸດຝຶກອົບຮົມວຽກງານກວດກາພັກ, ກວດກາລັດເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານທີ່ເຮັດວຽກກວດກາ ຢູ່ສູນກາງສະຫະພັນແມ່ຍິງລາວ

ພິທີເປີດຊຸດຝຶກອົບຮົມວຽກງານກວດກາພັກ, ກວດກາລັດເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານທີ່ເຮັດວຽກກວດກາ ຢູ່ສູນກາງສະຫະພັນແມ່ຍິງລາວ ຈັດຂຶ້ນໃນວັນທີ 18 ພຶດສະພາ 2026 ເປັນປະທານກ່າວເປີດໂດຍ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ເຂົ້າຮ່ວມມີ ທ່ານ ແສງທອງ ຊາວພູວົງ ຮອງຫົວໜ້າກົມກວດກາພັກ, ຄະນະກວດກາສູນກາງພັກ; ບັນດາຄະນະໜ່ວຍພັກ, ຄະນະກົມ, ຜູ້ເຮັດວຽກງານກວດກາພັກ-ກວດກາລັດ ຂອງຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະຄອບຄົວ ສສຍລ ເຂົ້າຮ່ວມ.
ການຈັດຊຸດຝຶກອົບຮົມຄັ້ງນີ້ ເປັນການສ້າງຄວາມເຂັ້ມແຂງໃຫ້ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະຮັບຜິດຊອບວຽກງານກວດກາແຕ່ລະຂັ້ນຢູ່ ສສຍລ ກ່ຽວກັບວຽກກວດກາພັກ, ກວດກາລັດ ໃນໄລຍະໃໝ່ ແລະ ເພື່ອປັບປຸງວຽກງານກວດກາຂອງແຕ່ລະພາກສ່ວນໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນໃນວຽກງານກວດກາ ກໍຄືການຕິດຕາມ, ຊຸກຍູ້ ແລະ ກວດກາປະເມີນຜົນການຈັດຕັ້ງປະຕິບັດວຽກງານພັກ-ພະນັກງານ ເວົ້າລວມ ເວົ້າສະເພາະຂອງແຕ່ລະພາກສ່ວນພາຍໃນ ສສຍລ; ການຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນໃນຫົວຂໍ້ຕ່າງໆຈາກຄະນະກວດກາສູນກາງພັກ; ຄະນະຈັດຕັ້ງສູນກາງພັກ; ອົງການກວດສອບແຫ່ງລັດເປັນຕົ້ນ: ບົດຮຽນຄວາມຮູ້ພື້ນຖານກ່ຽວກັບວຽກງານຕິດຕາມ, ກວດກາພັກ; ບົດຮຽນ ແລະ ປະສົບການ ການຈັດຕັ້ງປະຕິບັດຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ລະບຽບວິໄນຂອງພັກ ແລະ ກວດກາການລົງວິໄນພາຍໃນພັກ; ຄວາມຮູ້ກ່ຽວກັບກົດໝາຍວ່າດ້ວຍກວດກາລັດ; ຄວາມຮູ້ພື້ນຖານກ່ຽວກັບວຽກງານການຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ; ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ຄວາມຮູ້ພື້ນຖານກ່ຽວກັບການສືບສວນ-ສອບສວນ; ເອກະສານການກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ເມື່ອມີປະກົດການລະເມີດ; ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງທຸກ; ການແກ້ໄຂຜົນການກວດກາ ແລະ ການຕິດຕາມ, ຊຸກຍູ້, ກວດກາ ແລະ ການແກ້ໄຂຜົນການກວດກາ; ວຽກງານການກວດສອບທີ່ຕິດພັນກັບການກວດກາລັດ ແລະ ການຕິດຕາມ, ກວດກາ-ປະເມີນໂຄງການຕ່າງໆ; ທັກສະໃນການກຳນົດເປົ້າໝາຍ ແລະ ການວາງແຜນຕິດຕາມ, ການປະເມີນໂຄງການທີ່ເນັ້ນໃສ່ຜົນໄດ້ຮັບເປັນຫຼັກ; ຮ່າງຄູ່ມືກ່ຽວກັບວຽກງານຕິດຕາມ-ປະເມີນຜົນໂຄງການຕ່າງໆຂອງ ສສຍລ ພ້ອມນີ້ຜູ້ເຂົ້າຮ່ວມທັງໝົດຍັງຈະໄດ້ລະດົມແນວຄິດ ແລະ ປະກອບຄຳເຫັນໃສ່ຮ່າງຄູ່ມືກ່ຽວກັບວຽກງານຕິດຕາມປະເມີນຜົນໂຄງການຕ່າງໆຂອງສະຫະພັນແມ່ຍິງຕື່ມອີກ. ຊຸດຝຶກອົບຮົມຄັ້ງນີ້ຈະໄດ້ດຳເນີນແຕ່ວັນທີ 18-22 ພຶດສະພາ 2026.