ເປີດຊຸດຝຶກອົບຮົມຕັດເສື້ອແວັດ ແລະ ແຟ້ມໃສ່ເອກະສານ ແລະ ມອບເຄື່ອງອຸປະກອນຕັດຫຍິບໃຫ້ສະຫະພັນແມ່ຍິງແຂວງຊຽງຂວາງ
……………………………………..
ພິທີເປີດຊຸດຝຶກອົບຮົມຍົກລະດັບສີມືໃນການຕັດເສື້ອແວັດ ແລະ ແຟ້ມໃສ່ເອກະສານໃຫ້ຄູຝຶກ ແລະ ສະມາຊິກແມ່ຍິງແຂວງຊຽງຂວາງ ແລະ ແຂວງຫົວພັນ ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ສາຍພູເງິນ ອຸດົມສຸກ ປະທານສະຫະພັນແມ່ຍິງແຂວງຊຽງຂວາງ; ມີຄະນະສູນອົບຮົມແມ່ຍິງລາວ ສສຍລ, ຄະນະສະຫະພັນແມ່ຍິງແຂວງ, ທີມງານຄູຝຶກ ຈາກສູນກາງ, ແຂວງ ແລະ ສະມາຊິກແມ່ຍິງຈາກແຂວງງຊຽງຂວາງ ແລະ ແຂວງງຫົວພັນເຂົ້າຮ່ວມ. ການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບການຕັດເສື້ອແວັດ ແລະ ແຟ້ມໃສ່ເອກະສານ ເພື່ອສາມາດນໍາເອົາບົດຮຽນທີ່ຮຽນໃນຄັ້ງນີ້ ໄປສ້າງລາຍຮັບໃຫ້ກັບຕົນເອງ ແລະ ຄອບຄົວຕໍ່ໄປ. ພ້ອມດຽວກັນນີ້ ທ່ານ ຮອງປະທານ ສສຍລ ພ້ອມຄະນະ ໄດ້ມອບອຸປະກອນຕັດຫຍິບໃຫ້ສະຫະພັນແມ່ຍິງແຂວງຊຽງຂວາງ ຈໍານວນ 12 ເຄື່ອງ ມູນຄ່າ 130.000.000 ກີບ ເພື່ອສ້າງເງື່ອນໄຂ ແລະ ສະໜັບສະໜູນການຝຶກອົບຮົມວິຊາຊີບໃຫ້ແກ່ເອື້ອຍນ້ອງແມ່ຍິງພາຍໃນແຂວງ, ສົ່ງເສີມການສ້າງລາຍໄດ້ໃຫ້ແກ່ຄອບຄົວ ແລະ ຍົກລະດັບຄຸນນະພາບການເປັນຢູ່ຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ. ໂອກາດນີ້ ທ່ານຮອງປະທານ ສສຍລ ພ້ອມຄະນະ ຍັງໄດ້ໄປຢ້ຽມຊົມສະຖານທີ່ທາງວັດທະນະທໍາຂອງແຂວງຊຽງຂວາງຕື່ມອີກ.
See less

