ເຊີນທ່ຽວງານວາງສະແດງນິເທດສະການ ຄຸນຄ່າພູມປັນຍາລາວ ຄັ້ງທີ 1 ລະຫວ່າງ ວັນທີ 9-13 ກັນຍາ 2026 ທີ່ສູນການຄ້າລາວ-ໄອເຕັກ
……………………………………..
ພິທີຖະແຫຼງຂ່າວເປີດຕົວ “ງານຄຸນຄ່າພູມປັນຍາລາວ” ຄັ້ງທີ 1 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 14 ສິງຫາ 2026 ໂດຍມີຄະນະຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງຈາກພາກລັດ ປະກອບມີ ສູນກາງສະຫະພັນແມ່ຍິງລາວ, ກະຊວງອຸດສາຫະກຳ ແລະ ການຄ້າ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄະນະສະຖາປັດຕະຍະກຳ ມະຫາວິທະຍາໄລແຫ່ງຊາດ ແລະ ພາກເອກະຊົນ ເປັນຕົ້ນແມ່ນ: ບໍລິສັດຫັດຖະກຳແພງໄໝ, ຮ້ານຄໍາພູວົງ, ສະມາຄົມຄຸນຄ່າລາວ, ບໍລິສັດ ລາວເວິນ ຈຳກັດ, ສະມາຄົມສົ່ງເສີມ ອະນຸລັກສິລະປະ ແລະ ວັດທະນະທໍາລາວ ແລະ ບັນດາຫົວໜ່ວຍທຸລະກິດອື່ນໆເຂົ້າຮ່ວມ.
ການຈັດງານໃນຄັ້ງນີ້ ເພື່ອເປັນການເຊີດຊູ ແລະ ປົກປັກຮັກສາ ບົດບາດຂອງຜູ້ຜະລິດ ແລະ ຜູ້ຊົງຄຸນວຸດທິດ້ານພູມປັນຍາລາວ, ສົ່ງເສີມການອານຸລັກພູມປັນຍາທ້ອງຖິ່ນ, ສີມືຫັດຖະກຳ ແລະ ຜະລິດຕະພັນທີ່ເປັນເອກະລັກຂອງລາວບໍ່ໃຫ້ສູນຫາຍ ທັງເປັນການຊຸກຍູ້ ແລະ ເປີດໂອກາດໃຫ້ຜູ້ປະກອບການ, ນັກປະດິດຄິດຄົ້ນ, ນະວັດຕະກຳ ແລະ ຜະລິດຕະພັນຈາກພູມປັນຍາ ມາຈັດສະແດງ ແລະ ຈຳໜ່າຍ ພ້ອມທັງສ້າງເຄືອຂ່າຍເວທີການຄ້າ, ທັງເປັນເວທີພົບປະແລກປ່ຽນບົດຮຽນ ລະຫວ່າງທຸລະກິດ, ຜູ້ຜະລິດ ແລະ ຜູ້ບໍລິໂພກ ທັງພາຍໃນ ແລະ ຕ່າງປະເທດ.
ພາຍໃນຈະໄດ້ສຳຜັດກັບກິດຈະກຳຫຼາກຫຼາຍ ແລະ ໜ້າສົນໃຈ ເປັນຕົ້ນ ຫໍວາງສະແດງ ທີ່ສະທ້ອນເຖິງ ພູມປັນຍາທາງວັດທະນະທຳ, ສິລະປະ ແລະ ວິທີການຖ່າຍທອດ; ການຈັດສະແດງຜົນງານນະວັດຕະກຳ ແລະ ສິນຄ້າພູມປັນຍາລາວ ທີ່ມີຄຸນນະພາບສູງຈາກທົ່ວປະເທດ; ການສາທິດຂັ້ນຕອນ ວິທີການຜະລິດແບບດັ້ງເດີມ ທີ່ຫາຊົມໄດ້ຍາກ; ການເສວະນາແລກປ່ຽນຄວາມຮູ້, ການຈົດທະບຽນ ຊັບສິນທາງປັນຍາ ແລະ ການຍົກລະດັບ ຍີ່ຫໍ້ສິນຄ້າລາວ ສູ່ສາກົນ; ການໃຫ້ການປຶກສາ ແລະ ພັດທະນາ ການອອກແບບຜະລິດຕະພັນ; ການສະແດງສິລະປະພື້ນເມືອງທີ່ເປັນເອກະລັກ ແລະ ຫາຊົມໄດ້ຍາກ; ການໄດ້ຮັບສິດການເປັນສະມາຊິກ ໃນ Application ພູມປັນຍາລາວ.
ພູມປັນຍາລາວ ແມ່ນຊັບສິນທາງປັນຍາອັນລ້ຳຄ່າ ທີ່ຖືກສ້າງສັນ, ສະສົມ ແລະ ຖ່າຍທອດກັນມາຈາກລຸ້ນສູ່ລຸ້ນ. ມັນບໍ່ພຽງແຕ່ສະທ້ອນເຖິງເອກະລັກ, ວັດທະນະທຳ ແລະ ວິຖີຊີວິດອັນງົດງາມຂອງຊາດລາວເຮົາເທົ່ານັ້ນ, ແຕ່ຍັງເປັນທ່າແຮງບົ່ມຊ້ອນອັນສຳຄັນ ໃນການຂັບເຄື່ອນເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ການພັດທະນາແບບຍືນຍົງ; ບໍ່ພຽງແຕ່ແມ່ນວັດຖຸສິ່ງຂອງ ຫລື ສິ່ງເກົ່າແກ່ທີ່ສືບທອດກັນມາເທົ່ານັ້ນ ແຕ່ມັນຄືອົງຄວາມຮູ້, ທັກສະ, ປະສົບການ ແລະ ວິຖີຊີວິດທີ່ບັນພະບູລຸດລາວໄດ້ສະສົມ, ຄົ້ນຄິດ ແລະ ຖ່າຍທອດກັນມາຫລາຍຊົ່ວອາຍຸຄົນ.

