ຮອງປະທານ ສສຍລ ເຄື່ອນໄຫວວຽກງານທີ່ແຂວງຜົ້ງສາລີ

Aug 20, 2026

ຮອງປະທານສູນກາງສະຫະພັນແມ່ຍິງລາວ ເຄື່ອນໄຫວວຽກງານທີ່ແຂວງຜົ້ງສາລີ

ໃນລະຫວ່າງວັນທີ 18-19 ສິງຫາ 2026, ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວວຽກງານທີ່ ແຂວງຜົ້ງສາລີ. ໂອກາດນີ້ ທ່ານ ຮອງປະທານ ສສຍລ ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ສັນຕິ ແກ້ວຍະສານ, ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປົກຄອງແຂວງ ເພື່ອລາຍງານຈຸດປະສົງໃນການລົງມາເຄື່ອນໄຫວເຮັດວຽກຮ່ວມກັບສະຫະພັນແມ່ຍິງແຂວງ ຜົ້ງສາລີ.
ຈາກນັ້ນ, ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບແຜນການລົງເຄື່ອນໄຫວວຽກ, ພາບລວມໂຄງການ ແລະ ການກະກຽມສະຖານທີ່ ກໍ່ສ້າງສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ທີ່ແຂວງຜົ້ງສາລີ; ເຂົ້າຮ່ວມມີ ທ່ານ ນາງ ຄໍາມະລາ ສຸວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຕາງໜ້າຄະນະຈາກສູນກາງສະຫະພັນແມ່ຍິງລາວ, ຕາງໜ້າ ອົງການ UNFPA ປະຈໍາ ສປປ ລາວ ແລະ ພະນັກງານສະຫະພັນແມ່ຍິງແຂວງ.
ໃນກອງປະຊຸມ ທ່ານ ນາງ ຄໍາມະລາ ສຸວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງແຂວງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນຫຼາຍໆດ້ານ ພ້ອມທັງລາຍງານການກະກຽມຄວາມພ້ອມໃນການປັບປຸງສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໃນແຂວງ ຜົ້ງສາລີ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ໄດ້ໂອ້ລົມ ແລະ ມີທິດຊີ້ນໍາໃຫ້ສະຫະພັນແມ່ຍິງແຂວງ ໂດຍໃຫ້ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວເອື້ອຍນ້ອງແມ່ຍິງ, ແມ່ຍິງບັນດາເຜົ່າທີ່ຢູ່ໃນທຸກຂົງເຂດວຽກງານ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີການຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ປຸກລະດົມຂົນຂວາຍໃຫ້ລູກຫຼານ ໄດ້ຮັບການສຶກສາຮໍ່າຮຽນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນພາຍໃນຄອບຄົວ-ສັງຄົມ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ເອົາໃຈໃສ່ໃຫ້ຄວາມຮ່ວມມືໃນການລົງສໍາຫຼວດກວດກາບັນດາສະຖານທີ່ ເພື່ອປັບປຸງສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ແຂວງໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.