ຮອງປະທານ ສສຍລ ເຄື່ອນໄຫວວຽກງານຢູ່ແຂວງບໍ່ແກ້ວ
…………………………………………
ໃນລະຫວ່າງວັນທີ 11-12 ມີນາ 2026 ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ໄດ້ໄປເຄື່ອນໄຫວວຽກງານຢູ່ແຂວງ ບໍ່ແກ້ວ. ໂອກາດນີ້ໄດ້ເຂົ້າພົບ ທ່ານ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນແຂວງ ເພື່ອລາຍງານການມາເຄື່ອນໄຫວວຽກງານຢູ່ແຂວງບໍ່ແກ້ວ ໂດຍສະເພາະການນໍາເອົາເນື້ອໃນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ມາເຜີຍແຜ່ໃຫ້ແກ່ສະມາຊິກແມ່ຍິງພາຍໃນແຂວງບໍ່ແກ້ວ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ຈາກນັ້ນ, ຄະນະນຳຂອງສະຫະພັນແມ່ຍິງແຂວງ ໄດ້ນຳພາຄະນະດັ່ງກ່າວ ລົງຢ້ຽມຢາມຮາກຖານການຜະລິດສິນຄ້າຂອງບໍລິສັດດາວສະໄໝລາວ ເຊິ່ງເປັນຕົວແບບການຜະລິດຂອງເອື້ອຍນ້ອງແມ່ຍິງແຂວງ ທີ່ໄດ້ຖືກຮັບຮອງເປັນສິນຄ້າໂອດັອບຂອງແຂວງບໍ່ແກ້ວອີກດ້ວຍ.
ຫຼັງຈາກນັ້ນ, ໃນວັນທີ 12 ມີນາ 2026 ທີ່ຫໍວັດທະນະທຳແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໂດຍການເປັນປະທານ ຂອງ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ, ມີ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ປະທານຮາກຖານ, ຫົວໜ່ວຍສະຫະພັນແມ່ຍິງອ້ອມຂ້າງແຂວງ ແລະ ສະຫະພັນແມ່ຍິງເມືອງຫ້ວຍຊາຍ, ສະມາຊິກສະຫະພັນແມ່ຍິງພາຍໃນການຈັດຕັ້ງຂອງຕົນ, ນັກຮຽນ, ນັກສຶກສາ, ຄູອາຈານ, ພະນັກງານ, ທະຫານ, ຕຳຫຼວດ ແລະ ແມ່ຍິງບັນດາເຜົ່າ ເຂົ້າຮ່ວມລວມທັງໝົດ 720 ຄົນ.
ໃນວາລະກອງປະຊຸມ, ທ່ານ ນາງ ຈັນປິງ ໂສລະທີ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ໄດ້ລາຍງານສະພາບທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງແຂວງບໍ່ແກ້ວໃນໄລຍະຜ່ານມາ. ຈາກນັ້ນ, ທ່ານ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ໄດ້ນໍາເອົາເນື້ອໃນທີ່ສຳຄັນ ເປັນຕົ້ນ ແມ່ນ ມະຕິກອງໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ກົດລະບຽບ, ຄໍາຂວັນ, ຂໍ້ແຂ່ງຂັນ 3 ດີ ແລະ ແຜນພັດທະນາແມ່ຍິງລາວ ມາເຜີຍແຜ່ໃຫ້ແກ່ສະມາຊິກແມ່ຍິງບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ພ້ອມດຽວກັນນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງທຸກຂັ້ນ ກໍຄືເອື້ອຍນ້ອງແມ່ຍິງທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງພ້ອມກັນນຳເອົາບັນດາມະຕິກອງປະຊຸມໃຫຍ່, ທິດທາງແຜນການໃນການພັດທະນາອົງການຈັດຕັ້ງສະຫະພັນແມ່ຍິງ ກໍຄືແມ່ຍິງບັນດາເຜົ່າ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ແທດເໝາະສອດຄ່ອງ ແລະ ສາມາດບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

