ຮອງປະທານ ສສຍລ ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຈັດການແຂ່ງຂັນເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ໃນຫົວຂໍ້: ຜົນຮ້າຍຂອງຢາເສບຕິດ
……………………………………………
ວັນທີ 06 ພຶດສະພາ 2025, ທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານ ສສຍລ ໄດ້ເຂົ້າຮ່ວມ ກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຈັດການແຂ່ງຂັນເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ໃນຫົວຂໍ້: ຜົນຮ້າຍຂອງຢາເສບຕິດ ທີ່ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ; ໂດຍການເປັນປະທານຂອງ ທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານ ທັງເປັນຜູ້ປະຈໍາການ ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ. ການຈັດຕັ້ງການແຂ່ງຂັນເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນຄັ້ງນີ້ ເພື່ອເປັນການປຸກລະດົມ, ຂົນຂວາຍກໍາລັງແຮງສັງລວມເຂົ້າໃນການສ້າງຂະບວນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສະເພາະແມ່ນວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມດ້ວຍການໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ; ເພື່ອເປັນການກະຕຸກຊຸກຍູ້ວຽກງານປະສານສົມທົບບັນດາກະຊວງ, ອົງການ, ສະຖາບັນການສຶກສາ, ພາກລັດ, ເອກະຊົນ ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ ໃນການປະຕິບັດ 06 ວຽກຈຸດສຸມ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທົ່ວປວງຊົນມີຄວາມເຂັ້ມແຂງ, ມີຜົນສໍາເລັດຕາມລະດັບຄາດໝາຍ; ພ້ອມນີ້ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສໍາຄັນຂອງພັກ ຂອງຊາດທີ່ຈະໝູນວຽນມາເຖິງໃນມໍ່ໆນີ້ ທັງເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກທີ່ຈະເປີດຂື້ນໃນຕໍ່ໜ້າ ໂດຍສະເພາະແມ່ນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບຄັ້ງທີ VI ແລະ ເປັນການສ້າງກິດຈະກໍາໃນວັນສາກົນຕ້ານຢາເສບຕິດຄົບຮອບ 38 ປີ (26 ມິຖຸນາ 1987 – 26 ມິຖຸນາ 2025).




