ຮອງປະທານ ສສຍລ ເຂົ້າຮ່ວມກອງປະຊຸມທາບທາມຄຳເຫັນໃສ່ຮ່າງລັດຖະທຳມະນູນ

Jan 20, 2025

ຮອງປະທານ ສສຍລ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມທາບທາມຄຳເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025
………………………………………………
ວັນທີ 16 ມັງກອນ 2025, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທາບທາມຄຳເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025 ສໍາລັບ ບັນດາກະຊວງ, ອົງການ ອ້ອມຂ້າງສູນກາງ ໂດຍການເປັນປະທານຂອງ ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ; ມີແຂກຖືກເຊີນຈາກກະຊວງ, ອົງການ ອ້ອມຂ້າງສູນກາງເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດກອງປະຊຸມຄັ້ງນີ້ ເພື່ອປະກອບຄຳເຫັນໃສ່ເນື້ອໃນຮ່າງລັດຖະທຳມະນູນ ສະບັບປັບປຸງ ທີ່ຄະນະກຳມະການລະດັບຊາດ ໄດ້ນຳມາທາບທາມຄຳເຫັນໃນຄັ້ງນີ້ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການການເມືອງ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ຮ່າງລັດຖະທຳມະນູນກາຍເປັນສະບັບສົມບູນ; ພ້ອມນີ້ ກໍເພື່ອເປັນການເຊື່ອມຊຶມ ແລະ ສ້າງຄວາມຮັບຮູ້ ເຂົ້າໃຈ ທີ່ຖືກຕ້ອງ ຕໍ່ຮ່າງລັດຖະທຳມະນູນ ສະບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ໃນທົ່ວສັງຄົມໃຫ້ດີກວ່າເກົ່າ, ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ ເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນ ສ້າງຜົນງານຂໍ່ານັບຮັບຕ້ອນການດຳເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດທີ່ສຳຄັນຂອງຊາດ ໃນປີ 2025.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການອະທິບາຍກ່ຽວກັບການປັບປຸງລັດຖະທຳມະນູນ ຈາກ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສໍາຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ, ຄະນະກໍາມະການລະດັບຊາດ ປັບປຸງລັດຖະທຳມະນູນ ຊຶ່ງປະກອບດ້ວຍ 4 ເນື້ອໃນຕົ້ນຕໍຄື ເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງລັດຖະທຳມະນູນສະບັບປີ 2015; ຂັ້ນຕອນ ແລະ ຂະບວນການປັບປຸງ ລັດຖະທຳມະນູນສະບັບປີ 2015; ໂຄງປະກອບ ແລະ ເນື້ອໃນລັດຖະທຳມະນູນສະບັບປີ 2015 ທີ່ມີການປັບປຸງ ແລະ ທິດທາງ ແລະ ແຜນການໃນຕໍ່ໜ້າ; ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນໃສ່ຄຳຖາມເຈາະຈີ້ມ ເພື່ອນຳເອົາໄປສະເໜີຕໍ່ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາ, ຮັບຮອງເອົາ ໃນທ້າຍເດືອນມີນາ 2025 ທີ່ຈະມາເຖິງນີ້.