ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເຂົ້າພົບ ປະທານສະພາປະຊາຊົນແຂວງ ເຊກອງ

Mar 17, 2026

ວັນທີ 11 ມີນາ 2026, ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ບຸນຫຼາຍ ບຸດທິ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ເຊກອງ ຢູ່ທີ່ຫ້ອງວ່າການແຂວງເຊກອງ.
ໂອກາດນີ້, ທ່ານຮອງປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ ໄດ້ລາຍງານກ່ຽວກັບຈຸດປະສົງຂອງການລົງມາເຄື່ອນໄຫວວຽກງານໃນຄັ້ງນີ້ ເປັນຕົ້ນແມ່ນການລົງຕິດຕາມ, ຊຸກຍູ້ວຽກງານສະຫະພັນແມ່ຍິງ, ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX. ໂອກາດດຽວກັນນີ້, ທ່ານເລຂາພັກແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຕີລາຄາສູງ ເຖິງຄວາມເອົາໃຈໃສ່ຂອງຄະນະນຳສູນກາງສະຫະພັນແມ່ຍິງລາວ ທີ່ລົງມາຕິດຕາມຊຸກຍູ້ສະຫະພັນແມ່ຍິງບັນດາແຂວງ ເວົ້າລວມ ເວົ້າສະເພາະແມ່ຍິງແຂວງເຊກອງ ເພື່ອເຮັດໃຫ້ສະຫະພັນແມ່ຍິງແຂວງເຊກອງ ໄດ້ເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຢ່າງມີຜົນສຳເລັດ.