ອາກາດຮ້ອນຄວນຮັກສາແນວໃດ
ໃນປັດຈຸບັນປະເທດລາວກຳລັງຜະເຊີນກັບສະພາບອາກາດທີ່ມີຄວາມຮ້ອນສູງເຖິງ 38-40 ອົງສາ ເປັນສາເຫດທີ່ເຮັດໃຫ້ເກີດຫຼາຍພະຍາດ ໂດຍສະເພາະ ພະຍາດລົມແດດ (Heat Stroke) ດັ່ງນັ້ນ, ເພື່ອເປັນການປ້ອງກັນຈາກການສະພາບອາກາດທີ່ຮ້ອນແຮງ ທາງທີມງານແມ່ຍິງລາວມີ ວິທີເບິ່ງແຍງສຸຂະພາບ ໃນມື້ທີ່ອາກາດຮ້ອນດັ່ງນີ້:
1. ເລືອກນຸ່ງເຄື່ອງທີ່ເປັນແພເບົາສະບາຍ ລະບາຍອາກາດໄດ້ດີ;
2. ຄວນມີອຸປະກອນປ້ອງກັນຮ່າງກາຍຈາກແສງແດດ ເວລາອອກກາງແຈ້ງ ຫຼື ມີແສງແດດ ເຊັ່ນ: ໝວກ, ຄັນຮົ່ມ, ແວ່ນຕາກັນແດດ, ທາຄີມກັນແດດ;
3. ລ້າງມື ກ່ອນກິນອາຫານ, ກິນອາຫານທີ່ສຸກດີ ສະອາດ ສົດໃໝ່ , ເວລາຮັບປະທານອາຫານຄວນໃຊ້ບ່ວງກາງ ແລະ ລ້າງມືເລື່ອຍໆ ເພື່ອປ້ອງກັນການເກີດພະຍາດທີ່ກ່ຽວກັບລະບົບທາງເດີນອາຫານ;
4. ຄວນດື່ມນໍ້າສະອາດໃຫ້ຫຼາຍກວ່າປົກກະຕິ ເພາະອາກາດຮ້ອນເຮັດໃຫ້ຮ່າງກາຍເສຍເຫື່ອຫຼາຍ.
5. ຄວນອອກກຳລັງກາຍເປັນປົກກະຕິ ໂດຍສະເພາະການຍ່າງໃນຕອນເຊົ້າຈະດີທີ່ສຸດ ເພາະອາກາດຍັງບໍ່ຮ້ອນຫຼາຍ ແລະ ຈະເຮັດໃຫ້ຮ່າງກາຍ, ຈິດໃຈ ຂອງເຮົາສົດຊື່ນ.
