ອອກແຮງງານອະນາໄມ, ຂົນໂຕະ, ຕັ່ງ ແລະ ຕູ້ ຈາກສູນອົບຮົມແມ່ຍິງລາວ

Jan 20, 2025

ຕອນເຊົ້າວັນທີ 8 ມັງກອນ 2025, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ສູນກາງສະຫະພັນແມ່ຍິງລາວ ໄດ້ອອກແຮງງານອະນາໄມ, ຂົນໂຕະ, ຕັ່ງ ແລະ ຕູ້ ຈາກສູນອົບຮົມແມ່ຍິງລາວ ໄປໄວ້ຢູ່ຫ້ອງການ ສສຍລ ແລະ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ເພື່ອໝູນໃຊ້ເຂົ້າໃນວຽກງານ. ການສ້າງກິດຈະກຳດັ່ງກ່າວ ເພື່ອເປັນການສ້າງຂະບວນການກະກຽມໃຫ້ແກ່ ກອງປະຊຸມໃຫຍ່ສະຫະພັນກຳມະບານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ XIII; ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ VIII ແລະ ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ XIII ທີ່ຈະຈັດຂຶ້ນໃນມໍ່ໆນີ້.