ສານອວຍພອນຈາກສະຖານທູດ ຟີລິບປິນ
ຮຽນ: ທ່ານ ນ. ອາລີ ວົງໜໍ່ບຸນທຳ, ປະທານສູນກາງສະຫະພັນແມ່ຍິງລາວ ທີ່ເຄົາລົບ ແລະ ນັບຖືຢ່າງສູງ.
ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ, ທ່ານ ນາງ ເອລີຊາເບດ ທີ. ເຕ (Elizabeth.T.Te), ເອກອັກຄະລັດຖະທູດ ຟີລິບປິນ ປະຈໍາລາວ ໄດ້ສົ່ງສານອວຍພອນ ສະບັບ ເລກທີ 17 ກໍລະກົດ 2026, ໂດຍຕີລາຄາສູງຕໍ່ບົດບາດຂອງສະຫະພັນແມ່ຍິງລາວ ໃນການປົກປ້ອງສິດທິ, ສ້າງຄວາມເຂັ້ມແຂງ ແລະ ຍົກລະດັບການມີສ່ວນຮ່ວມຂອງແມ່ຍິງໃນທຸກຂົງເຂດວຽກງານຂອງພັກ-ລັດ. ພ້ອມທັງຢືນຢັນຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ຟີລິບປິນ ແລະ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະກົນໄກອາຊຽນ (ASEAN) ແລະ ການຮ່ວມມືໃຕ້-ໃຕ້.
ດ້ວຍຄວາມນັບຖືຢ່າງສູງ
ທ່ານ ນ. ເອລີຊາເບດ ທີ.ເຕ
ເອກອັກຄະລັດຖະທູດ

