ສະແດງຄວາມຮູ້ບຸນຄຸນ ແລະ ໄວ້ອາໄລຢ່າງສຸດຊຶ້ງ

Apr 7, 2025

ສະແດງຄວາມຮູ້ບຸນຄຸນ ແລະ ໄວ້ອາໄລຢ່າງສຸດຊຶ້ງ
ສະແດງຄວາມຮູ້ບຸນຄຸນ ແລະ ໄວ້ອາໄລຢ່າງສຸດຊຶ້ງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ ກໍຄືແມ່ຍິງລາວບັນດາເຜົ່າ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 2 ເມສາ 2025 ດ້ວຍໂລກຊະລາ ລວມອາຍຸໄດ້ 102 ປີ.
ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນການນຳຮຸ່ນທຳອິດ ຂອງພັກເຮົາ ທີ່ໄດ້ເປັນຫຼັກແຫຼ່ງ ແລະ ແກນນຳ ຂອງສູນກາງພັກ ນຳພາ-ຊີ້ນຳ ການປະຕິວັດຊາດ ປະຊາທິປະໄຕໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ເປັນຜູ້ນໍາໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫຼັກການຂອງພັກເຮົາ, ສະຫາຍແມ່ນນັກຮັກຊາດ, ແມ່ນນັກປະຕິວັດ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດເຮົາ, ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ໃນເວລາແຫ່ງຄວາມໂສກເສົ້າເສຍໃຈ ແລະ ຄວາມອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງຫັນຄວາມເສົ້າສະຫຼົດໃຈ ແລະ ຄວາມອາໄລຮັກ ຕໍ່ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໃຫ້ກາຍເປັນການກະທໍາຕົວຈິງ, ສາມັກຄີກັນເປັນປຶກແຜ່ນແໜ້ນໜາ ອ້ອມຂ້າງຄະນະບໍລິຫານງານສູນກາງພັກ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ ຂອງພັກ ສູ່ລວງເລິກ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.