ສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະ ພັນແມ່ຍິງລາວຄົບຮອບ 67 ປີ ຂຶ້ນໃນວັນ 18 ກໍລະກົດ 2022 ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ)

Jul 18, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ນະຄອນຫຼວງວຽງຈັນ

ໂດຍການ ເຂົ້າຮ່ວມຂອງ ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ, ທ່ານ ນ. ວຽງແກ້ວ ພົມມະວົງ ຄະນະປະຈໍາພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກີລາ, ທ່ານ ຮສ ໂພສີ ທິບດາວັນ ຄະນະປະຈໍາພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ມຊ ພ້ອມດ້ວຍແຂກຖືກເຊີນ, ຄະນະ ສຍ ກະຊວງສຶກສາທິການ ແລະ ກິລາ, ຄະນະ ສຍ ມຊ, ວິທະຍາໄລຕ່າງໆ ຕະຫຼອດຮອດສະມາຊິກ ສຍ ພາຍໃນການຊວງ, ມຊ ເຂົ້າຮ່ວມ 200 ກວ່າຄົນ.
ໃນພິທີ ຜູ້ເຂົ້່າຮ່ວມໄດ້ຮັບຟັງການລາຍງານຈັດຕັ້ງປະຕິບັດວຽກງານຂອງ ສຍ ກະຊວງສຶກສາທິການ ແລະ ກິລາ ປະຈໍາປີ 2021 ຈາກທ່ານ ນ. ບົວຄໍາ ດາວສະຫວັນ ປະທານ ສຍ ກະຊວງສຶກສາທິການ ແລະ ກິລາ; ໂອກາດດຽວກັນນີ້ ທ່ານ ນ. ລາວັນ ສຸດທິສານ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ພ້ອມທັງໃຫ້ກຽດໂອ້ລົມເອື້ອຍຕໍ່ເອື້ອຍນ້ອງແມ່ຍິງ ກະຊວງສຶກສາທິການ ແລະ ກິລາ; ຈາກນັ້ນໄດ້ທ່ຽວຊົມ, ຊື້ ຜະລິດຕະພັນ, ຜົນຜະລິດ ແລະ ເຄື່ອງຫັດຖະກໍາ ຂອງເອື້ອຍນ້ອງແມ່ຍິງບັນດາຮາກຖານ ທີ່ນໍາມາວາງຂາຍໃນພິທີ.