ສສຍລ ຕ້ອນຮັບ ເອກອັກຄະລັດຖະທູດ ຟິລິບປິນ ເຂົ້າຢ້ຽມອໍາລາ

Mar 3, 2025

ຮອງປະທານ ສສຍລ ຕ້ອນຮັບ ເອກອັກຄະລັດຖະທູດ ຟິລິບປິນ ເຂົ້າຢ້ຽມອໍາລາ
………………………………………………….
ວັນທີ 27 ກຸມພາ 2025, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ Deena Joy D.Amatong ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຟີລິບປິນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານຮອງປະທານສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ພ້ອມທັງຕີລາຄາສູງຕໍ່ການປະຕິບັດໜ້າທີ່ການທູດ ຂອງ ທ່ານ ນາງ Deena Joy D.Amatong ຕະຫຼອດໄລຍະການປະຕິບັດໜ້າທີ່ຢູ່ ສປປ ລາວ ທີ່ທ່ານໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ແລະ ອວຍພອນໃຫ້ທ່ານທູດເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່ທີ່ໃຫຍ່ກວ່າເກົ່າ.