ມອບຕໍ່ເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກໄພພິບັດນໍ້າຖ້ວມ

Jan 20, 2025

ຕອນແລງຂອງວັນທີ 08 ມັງກອນ 2025 ນີ້, ສະຫະພັນແມ່ຍິງແຂວງຫົວພັນ ໄດ້ນຳເອົາເຄື່ອງຊ່ວຍເຫຼືອຈາກສູນກາງສະຫະພັນແມ່ຍິງລາວ ໄປມອບຕໍ່ໃຫ້ຄອບຄົວທີ່ຖືກໄພພິບັດນໍ້າຖ້ວມ ໃນຊ່ວງໄລຍະເດືອນກັນຍາ 2024 ທີ່ຜ່ານມານັ້ນ ຢູ່ທີ່ ບ້ານສີວິໄລ ແລະ ບ້ານກໍ່ ເມືອງຊຳເໜືອ ຈຳນວນ 8 ຄອບຄົວ ເຊິ່ງກ່າວມອບໂດຍທ່ານ ນາງ ຊຳພອນ ລືແພງເມືອງ ຮອງປະທານສະຫະພັນແມ່ຍິງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ພວງແສງ ອຸດົມມີໄຊ ປະທານສະຫະພັນແມ່ຍິງເມືອງຊຳເໜືອ, ອຳນາດການປົກຄອງບ້ານ ແລະ ຄອບຄົວທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມ ຂອງສອງບ້ານເຂົ້າຮ່ວມເປັນສັກຂີພິຍານນຳ.