ພິທີເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ

22 / 04 / 2026 | ຂ່າວສານ

ພິທີເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ ສໍາລັບພະນັກງານການນໍາສະຫະພັນແມ່ຍິງກະຊວງ-ອົງການ, ແຂວງ ແລະ ພະນັກງານຫຼັກແຫຼ່ງຂອງສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ເມສາ 2026, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງສໍາລັບ ພະນັກງານການນໍາສະຫະພັນແມ່ຍິງກະຊວງ-ອົງການ, ແຂວງ ແລະ ພະນັກງານຫຼັກແຫຼ່ງຂອງ ສສຍລ ໄລຍະ 05 ວັນ ທີ່ສູນອົບຮົມແມ່ຍິງລາວ ໂດຍການເຂົ້າຮ່ວມ ແລະ ກ່າວເປີດພິທີຂອງ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານ ສສຍລ, ມີຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັກເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ, ພ້ອມດ້ວຍສໍາມະນາກອນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້ຈັດຂຶ້ນເພື່ອຈັດຕັ້ງຜັນຂະຫຍາຍແຜນພັດແມ່ຍິງລາວ ໂດຍສະເພາະເປົ້າໝາຍທີ 3, ແຜນວຽກຈຸດສຸມທີ 1: ຝຶກອົບຮົມວຽກງານພັດທະນາແມ່ຍິງ ແລະ ວິຊາຊີບໃຫ້ແມ່ຍິງແຕ່ລະຂັ້ນ ເພື່ອສ້າງຄວາມເຂັ້ມແຂງ ໃນການນໍາພາ-ຄຸ້ມຄອງບໍລິຫານວຽກງານແມ່ຍິງຢ່າງເປັນລະບົບ ສາມາດນໍາໄປເຜີຍແຜ່ໃຫ້ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງບັນດາເຜົ່າໃຫ້ຮັບຮູ້ ແລະ ເຂົ້າໃຈ.
ໃນຊຸດຝຶກອົບຮົມຄັ້ງນີ້ ສຳມະນາກອນຈະໄດ້ຮຽນຮູ້ຫຼາຍຫົວຂໍ້ສໍາຄັນ ເປັນຕົ້ນ: ການຄົ້ນຄວ້າຮໍ່າຮຽນ ແລະ ເຊື່ອມຊຶມພື້ນຖານທິດສະດີ ການປົດປ່ອຍແມ່ຍິງ ແລະ ທັດສະນະຂອງພັກຕໍ່ກັບວຽກແມ່ຍິງ, ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປົດປ່ອຍແມ່ຍິງ; ພ້ອມນີ້ ກໍຈະໄດ້ລົງເລິກຄົ້ນຄວ້າວຽກງານຫ້ອງການ; ວຽກງານຈັດຕັ້ງ; ວຽກງານໂຄສະນາ ແລະ ວັດທະນະທໍາ; ວຽກງານກວດກາ; ວຽກງານຂ່າວສານ; ວຽກງານພັດທະນາແມ່ຍິງ; ວຽກງານໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ; ວຽກງານເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ວຽກງານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ແລະ ອື່ນໆ ເພື່ອໃຫ້ສາມາດນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ເຮັດໃຫ້ສຳມະນາກອນມີຄວາມຮູ້ໃນການບໍລິຫານວຽກງານຮອບດ້ານຂອງສະຫະພັນແມ່ຍິງ ໃຫ້ສອດຄ່ອງກັບເງື່ອນໄຂຂອງແຕ່ລະພາກສ່ວນ.
ໂອກາດນີ້, ຜູ້ເຂົ້າຮ່ວມຍັງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ກ່ຽວກັບການນໍາພາ-ຄຸ້ມຄອງວຽກງານຮອບດ້ານຂອງແມ່ຍິງ ແລະ ຍັງຈະໄດ້ລົງເລິກແຕ່ລະໜ້າວຽກທີ່ກ່ຽວຂ້ອງ ເພື່ອເປັນການປັບປຸງຄຸນນະພາບຂອງການນໍາພາ-ຄຸ້ມຄອງ ວຽກງານແມ່ຍິງ ແນໃສ່ເຮັດໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນມີຄວາມເຂັ້ມແຂງໃນທຸກດ້ານ, ເປັນກໍາລັງແຮງອັນໜັກແໜ້ນປະກອບສ່ວນໃນການປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແລະ ແຜນພັດທະນາແມ່ຍິງລາວ ໃຫ້ປະກົດຜົນເປັນຈິງ.