ໃນຕອນແລງວັນທີ 26 ມີນາ 2025, ໜ່ວຍພັກຫ້ອງການສະຫະພັນແມ່ຍິງກອງທັບ ຈັດພິທີຮັບສະມາຊິກພັກໃໝ່ ຢູ່ທີ່ສະໂມສອນ ຊັ້ນ III , ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະພັກກົມໃຫຍ່ການເມືອງກອງທັບ, ເລຂາໜ່ວຍພັກຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ ແລະ ສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນເອກ ນາງ ປາ ວົງສະແຫວງ ໄດ້ຜ່ານມະຕິຕົກລົງ ສະບັບເລກທີ 29/ຄປຈພ, ລົງວັນທີ 25 ມີນາ 2025 ວ່າດ້ວຍການອະນຸມັດມະຫາຊົນ ເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ 01 ສະຫາຍ. ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ໂອ້ລົມຕໍ່ພິທີ ແລະ ຕີລາຄາສູງຕໍ່ໜ່ວຍພັກໃນການຍົກສູງບົດບາດການນຳພາຂອງພັກ ໃຫ້ເຂັ້ມແຂງ ແລະ ເນັ້ນໃຫ້ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກເປັນປົກກະຕິ ພ້ອມທັງຮຽກຮ້ອງມາຍັງສະມາຊິກພັກສຳຮອງ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ກຳແໜ້ນໃຫ້ໄດ້ຂໍ້ກຳນົດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ເພື່ອເປັນແບບຢ່າງໃຫ້ແກ່ມະຫາຊົນ.
(ຂ່າວ ແລະ ຮູບພາບຈາກ: ຫ້ອງການສະຫະພັນແມ່ຍິງກອງທັບ)

