ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

Mar 17, 2025

ຮອງປະທານ ສສຍລ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ
……………………………
ໃນຕອນເຊົ້າວັນທີ 14 ມີນາ 2025 ສະຫາຍ ນາງ ລາວັນ ສຸດທິສານ ຄະນະພັກ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ພ້ອມດ້ວຍຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ສສຍລ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ, ເປັນກຽດເຂົ້າຮ່ວມພິທີຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ; ມີບັນດາທ່ານການນໍາພັກ-ລັດ, ສະມາຊິກພັກ-ພະນັກງານຜູ້ເຮັດວຽກງານຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານກ່ຽວກັບການກຳເນີດ ແລະ ການເຄື່ອນໄຫວແຕ່ລະໄລຍະຂອງຄະນະຈັດຕັ້ງສູນກາງພັກ ຕະຫຼອດ 70 ປີ ໂດຍຫຍໍ້; ຈາກນັ້ນ ທ່ານປະທານປະເທດແຫ່ງ ສປປ ລາວ ໄດ້ເປັນກຽດປະດັບຫຼຽນຄຳແຫ່ງຊາດ ໃຫ້ຄະນະຈັດຕັ້ງສູນກາງພັກ ທີ່ມີຜົນງານການເຄື່ອນໄຫວອັນສູງສົ່ງ ແລະ ພົ້ນເດັ່ນຕະຫຼອດໄລຍະ 70 ປີຜ່ານມາ.
ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວສູນທອນພົດຕໍ່ພິທີ ຊຶ່ງມີຄວາມໝາຍຄວາມສຳຄັນວ່າ: 70 ປີແຫ່ງການສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ເປັນ 70 ປີ ແຫ່ງຄວາມພູມໃຈ ຕໍ່ຄວາມເຕີບໃຫຍ່ຂອງພັກເຮົາ ແລະ ຂອງຜູ້ປະຕິບັດໜ້າທີ່ ໃນວຽກງານຈັດຕັ້ງ, ພະນັກງານ ທີ່ຖືກມອບໝາຍຄື ການນໍາ ແລະ ພະນັກງານທຸກຂັ້ນ ແລະ ທຸກໆຄົນ ທີ່ເຮັດວຽກຈັດຕັ້ງ-ພະນັກງານຜ່ານມາ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດວຽກງານກໍ່ສ້າງພັກ, ສ້າງພະນັກງານ ແລະ ເຮັດວຽກບູລະນະການການຈັດຕັ້ງໃຫ້ພັກ ໃຫ້ລັດ ຂອງປະເທດເຮົາ ໃນທຸກຍຸກທຸກສະໄໝ. ໃນເວລາດຽວກັນ, ກໍເປັນ 70 ປີ ແຫ່ງການສະສົມບົດຮຽນ ແລະ ປະສົບການ ການນໍາພາຂອງວຽກງານຈັດຕັ້ງ ແລະ ພະນັກງານຂອງພັກເຮົາ ໃນພາລະກິດບູລະນະແນວທາງພະນັກງານ, ປັບປຸງບູລະນະການຈັດຕັ້ງໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ.