ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

Jul 30, 2026

ວັນທີ 27 ກໍລະກົດ 2026, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ແລະ ພິທີເປີດງານ“ໄວໜຸ່ມສ້າງສັນຜົນງານເພື່ອແມ່” ຄັ້ງທີ II ຈັດໂດຍ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ; ມີບັນດາການນຳນະຄອນຫຼວງວຽຈັນ, ຄະນະບໍລິຫານງານສະຫະພັນແມ່ຍິງ ນວ, ການນຳເມືອງ, ບ້ານ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ບັນດາຫົວໜ່ວຍທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ຫຼຽນຄຳ ວິລະພັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ນວ ໄດ້ລາຍງາຍໂດຍຫຍໍ້ກ່ຽວກັບການກະກຽມ ແລະ ຄວາມເປັນມາຂອງການຈັດການງານ ໄວໜຸ່ມຜົນງານເພື່ອແມ່ ຄັ້ງທີ II ເພື່ເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ແລະ ເພື່ອແນໃສ່ການສົ່ງເສີມຮີດຄອງປະເພນີ, ວັດທະນາທຳອັນດີງາມຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ພ້ອມທັງເປັນການສົ່ງເສີມ, ການນຳສະເໜີຜົນງານ, ສ້າງໂອກາດໃນການສ້າງທຸລະກິດຂອງຄົນລຸ້ນໃໝ່ (Start-Up) ແລະ ຂອງເອື້ອຍນ້ອງແມ່ຍິງ ແລະ ກຸ່ມຜູ້ດ້ອຍໂອກາດ ໃຫ້ມີເວທີນຳສະເໜີ, ໂຄສະນາຜົນງານ, ສີໄມ້ລາຍມື, ທັກສະຄວາມສາມາດ, ແນວຄວາມຄິດສ້າງສັນຂອງຕົນສູ່ສັງຄົມ ແລະ ຕໍ່ຍອດໃຫ້ເປັນການສ້າງງານ, ສ້າງອາຊີບໃຫ້ແກ່ຕົນເອງ ແລະ ກາຍເປັນຜູ້ປະກອບການຂະໜາດນ້ອຍ-ກາງໃນອະນາຄົດ. ການຈັດງານຕະຫຼາດນັດໄວໜຸ່ມສ້າງສັນຜົນງານເພື່ອແມ່ ຄັ້ງທີ II ຈັດຂຶ້ນເປັນເວລາ 5 ວັນ (ວັນທີ 26-30 ກໍລະກົດ 2026) ເລີ່ມແຕ່ເວລາ 17:00-22-00ໂມງ, ສະຖານທີ່ແມ່ນຢູ່ຖະໜົນວັດທະນະທໍາ (ແຄມກຳແພງວັດອົງຕື້ ຫາ ວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ).