ພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024

Mar 31, 2025

ສູນກາງສະຫະພັນແມ່ຍິງລາວ ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ເຜີຍແຜ່ເນື້ອໃນເອກະສານສໍາຄັນຈໍານວນໜຶ່ງ
……………………………………………..
ໃນວັນທີ 27 ມີນາ 2025 ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ເຜີຍແຜ່ເນື້ອໃນເອກະສານສໍາຄັນຈໍານວນໜຶ່ງ, ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະພັກ, ຄະນະປະທານ, ຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ-ພະນັກງານ ກົງຈັກຊ່ວຍວຽກ ສສຍລ ເຂົ້້າຮ່ວມ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບາງເນື້ອໃນສໍາຄັນຂອງບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການຈຸດສຸມ ປີ 2025 ຂອງຄະນະກວດກາສູນກາງພັກ; ເຜີຍແຜ່ບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ທິດທາງແຜນການໃນຕໍ່ໜ້າ ແລະ ຜົນການຕິດຕາມ, ກວດກາວຽກລັດ ຂອງສູນກາງສະຫະພັນແມ່ຍິງລາວ ປະຈໍາປີ 2024 ແລະ ທິດທາງແຜນການໃນຕໍ່ໜ້າ ຈາກ ຫົວໜ້າກົມກວດກາ ສສຍລ; ໂອກາດນີ້ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ເຜີຍແຜ່ບາງເນື້ອໃນສໍາຄັນ ບົດໂອ້ລົມ ຂອງສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດ ບັງຫຼວງຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 (ຄັ້ງວັນທີ 04 ມີນາ 2025) ພ້ອມທັງໂອ້ລົມໃຫ້ທິດທາງ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໂດຍໄດ້ເນັ້ນໃຫ້ຄະນະພັກ ກໍຄືຄະນະໜ່ວຍພັກຮາກຖານແຕ່ລະໜ່ວຍ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ; ມີຄວາມສາມັກຄີເປັນເອກະພາບກັນໃນທຸກໜ້າທີ່ວຽກງານ, ສ້າງແບບແຜນເຮັດວຽກ ແບບແຜນດຳລົງຊີວິດໃຫ້ສອດຄ່ອງກັບສະພາບໃໝ່ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ຫຼັງຈາກນັ້ນ ໄດ້ມີພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃຫ້ 10 ໜ່ວຍພັກຮາກຖານ ຄື ໜ່ວຍພັກຫ້ອງການ, ກົມຈັດຕັ້ງ-ພະນັກງານ, ກົມກວດກາ, ກົມໂຄສະນາ-ວັດທະນະທຳ, ກົມພັດທະນາແມ່ຍິງລາວ, ກົມຂ່າວສານແມ່ຍິງລາວ, ສູນອົບຮົມແມ່ຍິງລາວ, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ໃຫ້ກຽດມອບໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ.
ໃນຕອນທ້າຍກອງປະຊຸມ, ສະຫາຍ ນາງ ເຫຼັກ ແສນຄໍາວົງສາ ກຳມະການປະຈໍາພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ເຜີຍແຜ່ມະຕິຕົກລົງຂອງ ກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍເອກະສານຂອງພັກປະຊາຊົນ ປະຕິວັດລາວ ສະບັບເລກທີ 25/ກມສພ ລົງວັນທີ 24 ທັນວາ 2024 ແລະ ໄດ້ດຳເນີນການປະເມີນພະນັກງານນໍາພາ-ຄຸ້ມຄອງ ຂອງສູນກາງສະຫະພັນແມ່ຍິງລາວ ຕື່ມອີກ.