ພິທີມອບ-ຮັບ ລົດຈັກ

May 12, 2025

ພິທີມອບ-ຮັບ ລົດຈັກ

ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີມອບ-ຮັບ ລົດຈັກ ຈຳນວນ 11 ຄັນ ໃຫ້ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງ 10 ເມືອງ ເພື່ອນໍາໃຊ້ເຂົ້າວຽກງານພັດທະນາແມ່ຍິງ, ພິທີມອບ-ຮັບ ຄັ້ງນີ້ຈັດຂຶ້ນ ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ.