ພິທີມອບຮັບໂທລະສັບມືຖື

Jan 20, 2025

ພິທີມອບຮັບໂທລະສັບມືຖື ເພື່ອນຳໃຊ້ເຂົ້າໃນການເກັບກຳຂໍ້ມູນການຈັດຕັ້ງປະຕິບັດແຜນງານ ຮັກລູກໃຫ້ໃສ່ໃຈ: ຄອບຄົວຜາສຸກພ້ອມກັນພັດທະນາ
………………………………
ວັນທີ 16 ມັງກອນ 2025 ສູນກາງສະຫະພັນແມ່ຍິງລາວ ຈັດພິທີມອບຮັບໂທລະສັບມືຖື ເພື່ອນຳໃຊ້ເຂົ້າໃນການເກັບກຳຂໍ້ມູນການຈັດຕັ້ງປະຕິບັດແຜນງານ ຮັກລູກໃຫ້ໃສ່ໃຈ: ຄອບຄົວຜາສຸກພ້ອມກັນພັດທະນາ ໂດຍການເຂົ້າຮ່ວມ ແລະ ຕາງໜ້າຮັບຂອງ ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ຕາງໜ້າມອບໂດຍ ທ່ານ ບິລາລ ໂອແຣັງ ເຊັບ ດູຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າຈາກອົງການ ອຸຍນິເຊັບ ປະຈໍາ ສປປ ລາວ; ທ່ານ ໄມເຄີນ ແມັກຄອດສ໌ (Michael McCord) ຈາກອົງການ USAID ປະຈໍາ ສປປ ລາວ ແລະ ທ່ານ ນາງ ເບັນນິຕາ ຊຳເມິວິວ ຈາກສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ.
ໂທລະສັບມືຖືທີ່ນໍາມາມອບໃນຄັ້ງນີ້ຈຳນວນ 135 ໜ່ວຍ ຈະນຳໄປມອບໃຫ້ກັບສະມາຊິກຂັ້ນບ້ານຂອງແຜນງານ “ຮັກລູກໃຫ້ໃສ່ໃຈ” ເພື່ອນຳໃຊ້ເຂົ້າໃນການເກັບກຳຂໍ້ມູນ ແລະ ຊ່ວຍໃຫ້ສະມາຊິກຂັ້ນບ້ານສາມາດຕິດຕາມການຈັດຕັ້ງປະຕິບັດກິດຈະກຳ ຂອງແຜນງານ “ຮັກລູກໃຫ້ໃສ່ໃຈ” ໄດ້ຢ່າງມີປະສິດທິພາບ ແລະ ທັງຈະສາມາດສະໜອງຂໍ້ມູນ ຫຼື ລາຍງານຄວາມຄືບໜ້າຂອງແຜງານ ໃຫ້ແກ່ຜູ້ໃຫ້ການສະໜັບສະໜູນ, ບັນດາຄູ່ຮ່ວມພັດທະນາ ໄດ້ຢ່າງວອງໄວ ຊຶ່ງເປັນການປະກອບສ່ວນໂດຍທາງອ້ອມໃຫ້ແກ່ວຽກງານນີ້ ກວມຈຳນວນ 06 ແຂວງ 14 ເມືອງ ຄື: ເມືອງຮ້ຽມ ແຂວງຫົວພັນ, ເມືອງແປກ, ເມືອງຄູນ, ເມືອງໜອງແຮດ ແຂວງຊຽງຂວາງ, ເມືອງບົວລະພາ ແຂວງຄຳມ່ວນ, ເມືອງພີນ, ເມືອງນອງ, ເມືອງຊົນນະບູລີ ແຂວງສະຫັວນນະເຂດ, ເມືອງສາລະວັນ, ເມືອງຕະໂອ້ຍ, ເມືອງລະຄອນເພັງ ແຂວງສາລະວັນ, ເມືອງສະໜາມໄຊ, ເມືອງຊານໄຊ ແລະ ເມືອງໄຊເສດຖາ ແຂວງອັດຕະປື ກວມເອົາ 316 ບ້ານ ແລະ 135 ໂຮງຮຽນກຽມປະຖົມ ແລະ ກຸ່ມຜ່ານການຫຼິ້ນ.