ພິທີປິດກິດຈະກໍາ ມູມເປັນມິດສຳລັບເດັກ ທີ່ແຂວງຫຼວງນ້ຳທາ

Mar 17, 2025

ພິທີປິດກິດຈະກໍາ ມູມເປັນມິດສຳລັບເດັກ ທີ່ແຂວງຫຼວງນ້ຳທາ
……………………………………………………..
ວັນທີ 9 ມີນາ 2024 ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບອົງການ ຢູນິເຊັບ ປະຈໍາ ສປປ ລາວ, ສະຫະພັນແມ່ຍິງແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປິດກິດຈະກຳຟື້ນຟູທາງດ້ານຈິດໃຈແກ່ຜູ້ໄດ້ຮັບຜົນກະທົບຈາກໄພນຳ້ຖ້ວມ ມູມເປັນມິດສຳລັບເດັກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ບົວວັນ ພົມມະລິດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຫຼວງນໍ້າທາ ແລະ ທ່ານນາງ ໂຢໂກະ ໂກບາຢາຊິ ຫົວໜ້າພະແນກປົກປ້ອງເດັກ ອົງການ ຢູນີເຊັບ ປະຈຳ ສປປ ລາວ; ມີຜູ້ເຂົ້າຮ່ວມຈາກ ສູນກາງສະຫະພັນແມ່ຍິງລາວ, ອົງການ ຢູນີເຊັບ ປະຈຳ ສປປ ລາວ, ສະຫະພັນແມ່ຍິງແຂວງ, ຫ້ອງວ່າການແຂວງ, ຫ້ອງວ່າການເມືອງ, ຄະນະຮັບຜິດຊອບກິດຈະກຳຂັ້ນແຂວງ, ເມືອງ ແລະ ອາສາສະໝັກຂັ້ນບ້ານ ໃນ 04 ບ້ານເປົ້າໝາຍຈຸດສຸມຄື ບ້ານ ວຽງໃຕ້, ດອນສຳພັນ, ປ່າສັກ ແລະ ບໍປຽດ, ກອງປະຊຸມຄັ້ງນີ້ຈັດຂຶ້ນທີ່ຫ້ອງການບ້ານ ວຽງໃຕ້, ເມືອງ ແລະ ແຂວງ ຫຼວງນໍ້າທາ ມີຜູ້ເຂົ້າຮ່ວມທັງໝົດ 63 ຄົນ, ຍິງ 53 ຄົນຊາຍ 10 ຄົນ. ຈຸດປະສົງເພື່ອເປັນສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກຳ ແລະ ຊົມເຊີຍຜົນສຳເລັດຂອງການເຮັດວຽກຮ່ວມລະຫວ່າງຂັ້ນແຂວງ, ເມືອງ ແລະ ບ້ານ ທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ, ຄວາມສາມັກຄີ ເຮັດໃຫ້ການດຳເນີນກິດຈະກຳຟື້ນຟູທາງດ້ານຈິດໃຈແກ່ເດັກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທັງເປັນການປຶກສາຫາລືວາງແຜນການໃນຕໍ່ໜ້າເພື່ອຄວາມຍືນຍົງ.