ສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ຈັດພິທີປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ
……………………………………..
ຕອນເຊົ້າວັນທີ 27 ກໍລະກົດ 2026 ສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026) ເຂົ້າຮ່ວມ ແລະ ປາຖະກະຖາໂດຍ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານ ສສຍລ; ມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ, ອະດີດລັດຖະມົນຕີ, ຄະນະປະທານສະຫະພັນແມ່ຍິງກະຊວງ, ຕາງໜ້າຈາກບັນດາກົມ, ສະຖາບັນ, ວິທະຍາໄລ, ແຂກຖືກເຊີນ, ພະນັກງານອາວຸໂສບຳນານ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ຜາສຸກ ວົງວິຈິດ ໄດ້ຫວນຄືນປະຫວັດມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານຕະຫຼອດໄລຍະ 71 ປີ ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອອັນດີງາມ, ມູນເຊື້ອພິລະອາດຫານປະກອບສ່ວນອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ຄຽງບ່າຄຽງໄຫຼ່ກັບເພດຊາຍດ້ວຍນໍ້າໃຈເສຍສະຫຼະອັນສູງສົ່ງ, ເດັດດ່ຽວຕໍ່ສູ້ຢ່າງພິລະອາດຫານ, ສ້າງຜົນງານການປະກອບສ່ວນອັນໃຫຍ່ຫຼວງຂອງແມ່ຍິງລາວໃນພາລະກິດຕໍ່ສູ້ກູ້ຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈົນເຖິງປັດຈຸບັນ. ນອກຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ທີ່ ປະທານ ໄກສອນ ພົມວິຫານ ໄດ້ຂະໜານນາມໄວ້ 5 ລັກສະນະຄື:
1) ແມ່ຍິງລາວມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ມີນ້ຳໃຈປະຢັດສັດທ່ຽງ, ການໃຊ້ຈ່າຍມີການຄິດໄລ່ຈົ່ງຢອມ, ຮັກສາມູນມັງໄວ້ໃຫ້ລູກເຕົ້າ;
2) ມີຄວາມບໍລິສຸດຜຸດຜ່ອງ, ແພງລູກ, ຮັກຜົວ, ຍອມທົນທຸກ, ທົນຍາກ, ຍອມເສຍສະຫຼະ ເພື່ອຄວາມສຸກຂອງຄອບຄົວ, ລູກ, ຜົວ; ສຶກສາອົບຮົມລູກເຕົ້າຢ່າງໃກ້ຊິດ ທັງໃຫ້ຄວາມອົບອຸ່ນ ເປັນກຳລັງ ໃຈໃຫ້ລູກ, ຜົວ ແລະ ເປັນເຈົ້າການໃນການປັບປຸງຊີວິດການເປັນຢູ່ພາຍໃນຄອບຄົວໃຫ້ດີຂຶ້ນເລື້ອຍໆ;
3) ມີນ້ຳໃຈເອື້ອເຟື້ອເພື່ອແຜ່, ຮັກແພງຊ່ວຍເຫຼືອຕຸ້ມຫໍ່ກັນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ເພື່ອສົ່ງເສີມກັນໃຫ້ມີການພັດທະນາໃນທຸກດ້ານ;
4) ມີນ້ຳໃຈຮັກຊາດແພງເຊື້ອ, ຮັກບ້ານເກີດເມືອງນອນ, ປົກປັກຮັກສາ ແລະ ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງແມ່ຍິງ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນ ຂອງຕົນ ເພື່ອເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງ ແລະ ປະຊາຊົນມອບໝາຍໃຫ້;
5) ມີກິລິຍາມາລະຍາດອ່ອນຫວານ, ຮັກສາມູນມໍລະດົກ ແລະ ອະນຸລັກຮັກສາວັດທະນະທຳອັນດີງາມ ຂອງຊາດ ເປັນຕົ້ນແມ່ນການນຸ່ງຖື, ການແຕ່ງກາຍ, ການພົວພັນໃນຄອບຄົວ-ສັງຄົມ ແລະ ອື່ນໆ.
ຈາກນັ້ນ, ໄດ້ຮັບຊົມວີດີໂອປົກປ້ອງ ແລະ ຮັກສາຄວາມປອດໄພ ສຳລັບເດັກ ເຊິ່ງເປັນສິ່ງທີ່ສຳຄັນໃນການພັດທະນາຄວາມຮູ້ດ້ານຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ໃນຂະແໜງການສຶກສາ ແລະ ກິລາ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບອອກສູ່ສັງຄົມ ແລະ ຊົມການວາງສະແດງຮູບພາບຜົນງານການຈັດຕັ້ງປະຕິບັດວຽກງງານໃນໄລຍະຜ່ານມາຂອງ ສຍ ສສກ ອີກດ້ວຍ.

