ປະທານ ສສຍລ ພ້ອມຄະນະ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955 – 22/3/2025)
…………………
ວັນທີ 27 ກຸມພາ 2025, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ໃຫ້ກຽດປາຖະກະຖາໂດຍ ສະຫາຍ ປອ. ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງ ສູນກາງພັກ ປະທານສູນກາງ ແນວລາວສ້າງຊາດ; ເຂົ້າຮ່ວມມີບັນດາ ອົງການຈັດຕັ້ງມະຫາຊົນ, ບັນດາຄະນະກຳມະການ ສນຊ ອ້ອມຂ້າງສູນກາງ, ພະສົງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນນີ້ ສູນກາງສະຫະພັນແມ່ຍິງ ເຂົ້າຮ່ວມໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຕາງໜ້າຄະນະຈາກກົງຈັກຊ່ວຍວຽກຂອງ ສສຍລ.
ໃນພິທີ ສະຫາຍ ປອ. ສິນລະວົງ ຄຸດໄພທູນ ໄດ້ຫວນຄືນ ວັນສ້າງຕັ້ງພັກ ປປ ລາວ: ໃນທ້າຍສະຕະວັດທີ XIX ໃນປີ 1893, ສາມປະເທດອິນດູຈີນ ລາວ, ຫວຽດນາມ ແລະ ກຳປູເຈຍ ໄດ້ຖືກພວກລ່າເມືອງຂຶ້ນເຂົ້າມາຮຸກຮານ; ປະຊາຊົນສາມຊາດອິນດູຈີນຖືກກົດຂີ່ຂູດຮີດຢ່າງແສນສາຫັດ ຈຶ່ງເກີດມີການຕໍ່ສູ້ຂອງປະຊາຊົນສາມຊາດ ຢ່າງພິລະອາດຫານ, ແຕ່ລະປະເທດເກີດມີຂະບວນການຕໍ່ສູ້ ຢ່າງທໍລະຫົດອົດທົນ; ໃນນັ້ນ, ຄະນະພັກແຄວ້ນລາວ ໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນ ຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າລຸກຂຶ້ນຕໍ່ສູ້ ດ້ວຍບັນດາຮູບການທີ່ເໝາະສົມ ເປັນສາເຫດພາໃຫ້ມີການຢຶດອຳນາດ 23 ສິງຫາ 1945, ປະກາດເອກະລາດ ວັນທີ 12 ຕຸລາ 1945, ສ້າງຕັ້ງກອງທັບປະຊາຊົນລາວ ໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງແນວລາວອິດສະຫຼະຂຶ້ນ ໃນວັນທີ 13 ສິງຫາ 1950. ມາຮອດວັນທີ 22 ມີນາ 1955 ກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຈິ່ງໄດ້ໄຂຂຶ້ນ ຢູ່ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ ໂດຍເອີ້ນຊື່ວ່າ: “ພັກປະຊາຊົນລາວ”ປະທານ ໄກສອນ ພົມວິຫານ ໄດ້ຖືກເລືອກຕັ້ງເປັນເລຂາຄະນະຊີ້ນຳສູນກາງ (ເລຂາທິການໃຫຍ່) ພ້ອມທັງໄດ້ວາງແຜນດຳເນີນງານຂອງພັກ 12 ຂໍ້ ຖືກຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ I ຂອງພັກ ໃນວັນທີ 22 ມີນາ 1955 ເປັນໂຄງການເມືອງສະບັບທໍາອິດ ເພື່ອແນໃສ່ເຮັດລ້ອນໜ້າທີ່ຂອງພັກໃນໄລຍະໃໝ່, ກາຍເປັນແນວທາງກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ ເຮັດໃຫ້ປະເທດລາວ ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ. ຕະຫຼອດ 70 ປີ ແຫ່ງການນຳພາ ພັກເຮົາໄດ້ແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາລະກຳປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ. ພ້ອມດຽວກັນນີ້, ພັກເຮົາຈະສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານມີເປັນຕົ້ນ: ມີຄວາມຈົງຮັກພັກດີ ແລະ ຢຶດໝັ້ນໃນແນວຄິດ-ທິດສະດີມາກ-ເລນິນ ແນວຄິດ ໄກສອນ ພົມວິຫານ ກໍຄືຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ; ຢຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫຼັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ນັ້ນຄືຫຼັກການລວມສູນປະຊາທິປະໄຕ; ຖືປະຊາຊົນເປັນກົກ ແລະ ມີຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ; ສະແດງຄວາມກ້າຫານ; ກ້າປະເຊີນໜ້າກັບບັນຫາຕົວຈິງ, ກ້າຮັບເອົາຄວາມເປັນຈິງ ແລະ ກ້າປ່ຽນແປງຕົນເອງ, ດ້ວຍການນຳພາເດັດຂາດ, ໂດຍກົງ, ຮອບດ້ານ, ກຳອຳນາດຕາມກົດໝາຍ; ເຊີດຊູລັກສະນະນໍາໜ້າຂອງພັກ ແລະ ຄວາມເປັນແບບຢ່າງຂອງສະມາຊິກພັກ, ຄວາມເດັດຂາດເຂັ້ມງວດໃນການຈຳກັດແກ້ໄຂປະກົດການຫຍໍ້ທໍ້ ທີ່ເຮັດໃຫ້ພັກເສື່ອມອິດທິພົນບົດບາດ ແລະ ຂາດຄວາມເຊື່ອໝັ້ນຈາກປະຊາຊົນ; ຢຶດໝັ້ນຈິດໃຈຊາດ ເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າເສີມຂະຫຍາຍກໍາລັງແຮງພາຍໃນຊາດສົມທົບກັບການພົວພັນຮ່ວມມືກັບພັກປະເທດເພື່ອນມິດຍຸດທະສາດ ແລະ ການຍາດແຍ່ງເອົາການສະໜັບສະໜູນຊ່ວຍ ເຫຼືອຈາກພາຍນອກ ຢ່າງມີຫຼັກການສ້າງເປັນກຳລັງແຮງສັງລວມເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດ. ຫຼັງຈາກນັ້ນ, ກໍໄດ້ຫວນຄືນມູນເຊື້ອແນວລາວສ້າງຊາດ ຄົບຮອບ 75 ປີ ຕື່ມອີກ.

